• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ຈະໄດ້ຮັບໄຊຊະນະຕໍ່ບັ້ນຮົບຕ້ານໂລກລະບາດ Covid-19

ວັນທີ 10 ມີນາ, ທີ່ການໂອ້ລົມກັບຄົນເຈັບຢູ່ໂຮງໝໍ ຂົວເຊີ໋ນຊາງ, ນະຄອນ ອູ່ຫັ້ນ, ແຂວງ ຮູເປີ່ຍ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຢັ້ງຢືນວ່າ: ປະເທດນີ້ ຈະໄດ້ຮັບໄຊຊະນະຕໍ່ບັ້ນຮົບຕ້ານໂລກລະບາດ Covid-19.

ທ່ານປະທານປະເທດ ຈີນ ສີຈິ້ນຜິງ 

ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ລົງໄປຢື້ຢາມຖາມຂ່າວຖັນແຖວແພດໝໍ ແລະ ຄົນເຈັບທີ່ພວມປິ່ນປົວຢູ່ໂຮງໝໍ ຂົວເຊີ໋ນຊາງ - ເຊິ່ງແມ່ນໂຮງໝໍທີ່ມີເວລາດຳເນີນກໍ່ສ້າງ 10 ວັນ ເພື່ອແນໃສ່ຮັບໃຊ້ໃຫ້ແກ່ວຽກງານປິ່ນປົວຄົນເຈັບທີ່ຕິດເຊື້ອໄວຣັດ Covid-19. ທ່ານ ສີຈິ້ນຜິງ ຢືນຢັນວ່າ: ນັບແຕ່ເມື່ອໂລກພະຍາດແຜ່ລະບາດ, ການນຳ ຈີນ ຍາມໃດກໍ່ຖືຄວາມປອດໄພຂອງຊີວິດ ແລະ ສຸຂະພາບຂອງປະຊາຊົນຢູ່ແຖວໜ້າ, ພ້ອມທັງ ນຳໃຊ້ທຸກມາດຕະການ ເພື່ອແນໃສ່ປິ່ນປົວໃຫ້ຄົນເຈັບ ແລະ ຈຳກັດການຕິດແປດຂອງໂລກລະບາດດັ່ງກ່າວ. 
 (ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ.

Top