• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ​ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ກ່ຽວ​ກັບ​ການ​ນຳ​ເຂົ້າ​ກຸ້ງ​ຂອງ ຫວຽດ​ນາມ

ຈີນ ນຳເຂົ້າ ກຸ້ງຕົກເປັນມູນຄ່າ 843 ລ້ານ USD, ເພີ່ມຂຶ້ນ 39% ເມື່ອທຽບໃສ່ກັບປີ 2023 ແລະ ລື່ນກາຍ ອາເມລິກາ (756 ລ້ານ USD) ກາຍເປັນຕະຫຼາດຊື້ກຸ້ງຫວຽດນາມ ຫຼາຍທີ່ສຸດ.
ພາບປະກອບ: congthuong.vn

ສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ຫາກໍ່ອອກຖະແຫຼງການໂດຍໃຫ້ຮູ້ວ່າ ປີກາຍນີ້ຈີນ ໄດ້ນຳເຂົ້າກຸ້ງ ຕົກເປັນມູນຄ່າ 834 ລ້ານ USD ຈາກຫວຽດນາມ, ລື່ນກາຍອາເມລິກາ ກາຍເປັນປະເທດນຳໜ້າໃນການຊື້ສິນໃນນ້ຳປະເພດນີ້ຂອງ ຫວຽດນາມ. ຕາມ VASEP ແລ້ວ, ໃນປີ 2024 ການສົ່ງອອກກຸ້ງບັນລຸ 3,8 ຕື້ USD, ເພີ່ມຂຶ້ນ 14%ເມື່ອທຽບໃສ່ກັບປີ 2023. ຈີນນຳເຂົ້າ ກຸ້ງຕົກເປັນມູນຄ່າ 843 ລ້ານ USD, ເພີ່ມຂຶ້ນ 39% ເມື່ອທຽບໃສ່ກັບປີ 2023 ແລະ ລື່ນກາຍ ອາເມລິກາ (756 ລ້ານ USD) ກາຍເປັນຕະຫຼາດຊື້ກຸ້ງຫວຽດນາມ ຫຼາຍທີ່ສຸດ. ສາຍເຫດເຮັດໃຫ້ຈີນ ຊື້ກຸ້ງຫວຽດນາມເປັນຈຳນວນຫຼາຍແມ່ນແຫຼ່ງສະໜອງສິນທະເລຊະນິດນີ້ຢູ່ພາຍໃນຕະຫຼາດຈີນຫຼຸດລົງຍ້ອນອາກາດບໍ່ເອື້ອອຳນວຍສະດວກ, ພ້ອມທັງ, ປະເທດນີ້ກໍ່ຍົກອອກຫຼາຍນະໂຍບາຍຊຸກຍູ້ການບໍລິໂພກພາຍໃນປະເທດ, ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກກຸ້ງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top