• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນມານະພະຍາຍາມຟື້ນຟູການຜະລິດຫຼັງໂລກລະບາດ

      ນັບແຕ່ທ້າຍເດືອນມີນາເປັນຕົ້ນໄປ, ບັນດາໂຮງງານຂອງຈີນ ໄດ້ເລີ່ມຟື້ນຟູການຜະລິດຄືນໃໝ່. ພາລະກອນ ໄດ້ກັບຄືນມາເຮັດວຽກ, ບັນດາສາຍຕ່ອງໂສ້ຜະລິດເລີ່ມມີການເຄື່ອນໄຫວ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາຄວາມມານະພະຍາຍາມນີ້ ຍັງບໍ່ທັນສາມາດຊ່ວຍພື້ນຖານເສດຖະກິດຈີນ ພັດທະນາດີຂຶ້ນໄດ້ ຍ້ອນລະບົບການສະໜອງທົ່ວໂລກຍັງຖືກຢຸດສະງັກ ຍ້ອນບັນດາຄຳສັ່ງປິດລ້ອມ ແລະ ແຍກປ່ຽວຂອງຫຼາຍປະເທດໃນໂລກ ເພື່ອແນໃສ່ຮັບມືກັບໂລກລະບາດໂຄວິດ-19 ທີ່ພວມລະບາດອອກສູ່ວົງກ້ວາງ.

ກຳມະກອນຈີນເຮັດວຽກຢູ່ໂຮງງານແຫ່ງ 1 ທີ່ຊຽງໄຮ່ (ພາບ:Reuters)
      ວັນທີ 30 ມີນາ, ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນ ປະກາດວ່າ: ບໍລິສັດອຸດສາຫະກຳໃຫ່ຍໃນທົ່ວປະເທດຈີນ ປະມານກ່ວາ 98% ໄດ້ເຊື່ອມຕໍ່ການຜະລິດຄືນໃໝ່ ດ້ວຍອັດຕາສ່ວນຜູ້ອອກແຮງງານ 90% ໄດ້ກັບມາເຮັດວຽກ. ໃນວັນດຽວກັນ, ບັນດາສູນການຄ້າຢູ່ ອູຫັ້ນ, ເມືອງເອກຂອງແຂວງ ຫູເປີຍ ຊື່ງແມ່ນແຂວງເຄີຍເປັນຈຸດໃຈກາງຂອງໂລກລະບາດຂອງປະເທດຈີນ ກໍ່ໄດ້ເປີດປະຕູຄືນໃໝ່ແລ້ວ.
ຜົນກະທົບຢ່າງໜັກໜ່ວງສຳລັບພື້ນຖານເສດຖະກິດ
   ໂດຍໄດ້ເລີ່ມເກີດຂຶ້ນແຕ່ທ້າຍເດືອນທັນວາປີ 2019 ຢູ່ນະຄອນອູຫັ້ນ, ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດຢ່າງໄວວາໄປທົ່ວບັນດາແຂວງນະຄອນຂອງຈີນ. ການຄວບຄຸມໂລກລະບາດໃນ 2, 3 ເດືອນຜ່ານມາ ໄດ້ກໍ່ຄວາມເສຍຫາຍອັນໃຫ່ຍຫຼວງຕໍ່ພື້ນຖານເສດຖະກິດ.
   ໃນສະພາບການດັ່ງກ່າວ, ພາຍຫຼັງທີ່ໂລກລະບາດມີສັນຍານຜ່ານໄລຍະສູງສຸດ ແລະ ໄດ້ຮັບການຄວບຄຸມນັ້ນ, ບັນດາບໍລິສັດ, ສູນອຸດສາຫະກຳໃຫ່ຍໃນທົ່ວປະເທດຈີນ ໄດ້ເລັ່ງເຊື່ອມຕໍ່ການຜະລິດຄືນໃໝ່.
   ເພື່ອຕອບສະໜອງຄວາມຕ້ອງການຜະລິດ, ບັນດາບໍລິສັດຈີນ ມີໄຫວພິກກ່ວາໃນການຮັບສະໝັກຜູ້ອອກແຮງງານ. ບາງບໍລິສັດໄດ້ສົ່ງລົດໄປຮັບກຳລັງແຮງງານຈາກເຂດຫ່າງໄກ. ບໍລິສັດອື່ນກໍ່ເລີ່ມນຳໃຊ້ການຫັນເປັນອັດຕະໂນມັດເພື່ອທົດແທນໃຫ້ສະພາບການຂາດເຂີນແຮງງານ ຫຼືນຳໃຊ້ເຕັກໂນໂລຊີເພື່ອບຳລຸງສ້າງໃຫ້ແກ່ແຮງງານທີ່ຫາກໍ່ຮັບສະໝັກເຂົ້າມາ…. ລາຍຮັບຈາກການຂາຍລົດໃຫ່ຍຢູ່ຈີນພວມຄ່ອຍໆຟື້ນຟູຄືນໃໝ່ ໃນຂະນະທີ່ຜູ້ຊົມໃຊ້ໄດ້ກັບມາຊື້ຄືນໃໝ່. ໃນຂະນະນັ້ນ, ບັນດາບໍລິສັດການບິນຈີນ ກໍ່ຄ່ອຍໆຟື້ນຟູຖ້ຽວບິນຕ່າງໆຄືນໃໝ່.
   ເພື່ອໜູນຊ່ວຍພື້ນຖານເສດຖະກິດ, ຈີນ ກໍ່ໄດ້ນຳໃຊ້ບັນດາມາດຕະການການເງິນ ແລະ ເງິນຕາຄື: ນຳໃຊ້ບັນດາມາດຕະການຜ່ອນຜັນເງິນຕາ. ບັນດາບໍລິສັດຖືກຜົນສະທ້ອນຍ້ອນບັນດາມາດຕະການກັນພະຍາດ ແລະ ການເຄື່ອນໄຫວດຳເນີນທຸລະກິດ ຫລຸດລົງ ກໍ່ໄດ້ຮັບການຕໍ່ກຳນົດເວລາສິນເຊື່ອຈົນຮອດເດືອນມິຖຸນາ. ກ່ອນໜ້ານັ້ນ, ຈີນ ໄດ້ຫລຸດຄຳຮຽກຮ້ອງສະສົມສຳລັບບັນດາທະນາຄານລົງ ເພື່ອໃຫ້ເຂົາເຈົ້າສາມາດໃຫ້ກູ້ຢືມຫຼາຍກ່ວາອີກ ສຳລັບບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ.

ຜູ້ອອກແຮງງານຈີນຫຼາຍຄົນກັບມາເຮັດວຽກ  (ພາບ:Bloomberg)
      ລະບົບ logistic ຖືກຢຸດສະງັກຍ້ອນບັນດາຄຳສັ່ງປິດລ້ອມ
   ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມມານະພະຍາຍາມແກ້ໄຂສະພາບຜະລິດ, ດຳເນີນທຸລະກິດພາຍໃນປະເທດ ກໍ່ບໍ່ສາມາດຊ່ວຍໃຫ້ພື້ນຖານເສດຖະກິດຈີນ ພັດທະນາໄດ້. ບັນດາໂຮງງານຂອງຈີນ ຫາກໍ່ຟື້ນຟູຄືນໃໝ່ ແຕ່ບັນດາໃບສັ່ງຊື້ສິນຄ້າຈາກແຂກຕ່າງປະເທດກໍ່ຖືກຍົກເລີກ ຫຼືມີການຊຳລະຢ່າງຊັກຊ້າ. ສາຍເຫດແມ່ນມາຈາກຄຳສັ່ງປິດລ້ອມ ທີ່ຖືກນຳໃຊ້ຈາກຫຼາຍປະເທດ ເພື່ອຕ້ານໂລກລະບາດໂຄວິດ-19. ສະນັ້ນ, ເລື່ອງການເຕີບໂຕການສົ່ງອອກແມ່ນຫລຸດລົງຫຼາຍ ໃນຊຸມເດືອນຈະມາເຖິງ ແມ່ນສິ່ງທີ່ບໍ່ສາມາດຫຼີກລ້ຽງໄດ້. ເຖິງວ່າພື້ນຖານເສດຖະກິດໃນປະເທດຈີນ ພວມຄ່ອຍໆຟື້ນຟູ , ຄວາມໄວ້ເນື້ອເຊື່ອໃຈພວມຄ່ອຍໆກັບຄືນມາກໍ່ຕາມ, ແຕ່ໃນປີນີ້ ບັນດາອົງການຈັດຕັ້ງສາກົນ ຍັງຫລຸດລະດັບການຄາດຄະເນການເຕີບໂຕຂອງຈີນລົງ.
   ນີ້ແມ່ນເທື່ອທຳອິດ ພາຍຫຼັງຫຼາຍທົດສະວັດທີ່ປະເທດຈີນ ຕ້ອງປະເຊີນໜ້າກັບເລື່ອງ GDP ຂອງໄຕມາດທີ 1 ມີການເຕີບໂຕທາງລົບ. ປີ 2020, ຈະແມ່ນປີທີ່ພື້ນຖານເສດຖະກິດໃຫ່ຍອັນດັບ 2 ໃນໂລກນີ້ ອາດຈະຖືກຊຸດໂຊມໃນຮອບ 44 ປີມານີ້. ໃນຈຸດເວລານີ້, ບັນດາວິສາຫະກິດຈີນ ພັດມີບັນຫາກັບ ເລື່ອງເຮັດແນວໃດ ເພື່ອໃຫ້ຜູ້ອອກແຮງານສືບຕໍ່ມາເຮັດວຽກ ພ້ອມທັງດຸ່ນດ່ຽງບັນດາມາດຕະການຮັບປະກັນສະຫວັດດີການສັງຄົມ. ໃນສະພາບການທີ່ໂລກລະບາດໂຄວິດ-19 ໃນໂລກ ຍັງບໍ່ທັນມີສັນຍານຢູ່ໃນຈຸດສູງສຸດເທື່ອ, ນັກຊ່ຽວຊານເສດຖະກິດຫຼາຍທ່ານຄາດຄະເນວ່າ ສິ່ງທີ່ຊົ່ວຮ້າຍທີ່ສຸດ ຍັງບໍ່ທັນໄດ້ເກີດຂຶ້ນສຳລັບການສົ່ງອອກ ແລະ ລະບົບການສະໜອງຂອງຈີນ. ປະລິມານການສົ່ງອອກທັງປີ 2020 ຂອງຈີນ ອາດຈະຖືກຫລຸດລົງຫຼາຍກ່ວາອີກ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top