• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນຖືການພົວພັນກັບ ຫວຽດນາມເປັນສຳຄັນທີ່ສຸດ

      ທ່ານ ຈາວລີຈຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຢັ້ງຢືນວ່າ:  ຫວຽດນາ ແລະ ຈີນ ແມ່ນສອງປະເທດສັງຄົມນິຍົມບ້ານໃກ້ເຮືອນຄຽງ ສະໜິດສະໜົມມີ “ຮ່ວມສາຍພູ, ຮ່ວມແມ່ນ້ຳ”, ມີມູນເຊື້ອມິດຕະພາບ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງກັນ” ແລະ ພ້ອມກັນມີຄວາມເຊື່ອໝັ້ນຕໍ່ອຸດົມຄະຕິອັນດຽວກັນ.
ທ່ານ ຈາວລີຈຽນ ໂຄສົກກະຊວງການຕ່າງປະເທດຈີນ
      ຕອນບ່າຍວັນທີ 25 ພຶດສະພາ, ຢູ່ກອງປະຊຸມຖະແຫຼງຂ່າວ ນັດສາມັນຂອງກະຊວງການຕ່າງປະເທດຈີນ, ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບການເຈລະຈາທາງໂທລະສັບລະຫວ່າງ ທ່ານ ປະທານປະເທດຫວຽດນາມ ຫງວຽຊວັນຟຸກ ແລະ ທ່ານ ເລຂາທິການໃຫຍ່,ປະທານປະເທດ ຈີນ ສິຈິ້ນຜິງ ເມື່ອວັນທີ 24 ພຶດສະພາທີ່ມີຄວາມໝາຍແນວໃດຕໍ່ການພົວພັນລະຫ່ວາງສອງພັກ, ສອງລັດ, ທ່ານ ຈາວລີຈຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຢັ້ງຢືນວ່າ:  ຫວຽດນາ ແລະ ຈີນ ແມ່ນສອງປະເທດສັງຄົມນິຍົມບ້ານໃກ້ເຮືອນຄຽງ ສະໜິດສະໜົມມີ “ຮ່ວມສາຍພູ, ຮ່ວມແມ່ນ້ຳ”, ມີມູນເຊື້ອມິດຕະພາບ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງກັນ” ແລະ ພ້ອມກັນມີຄວາມເຊື່ອໝັ້ນຕໍ່ອຸດົມຄະຕິອັນດຽວກັນ. ແຕ່ຕົ້ນປີມາຮອດປັດຈຸບັນ, ການພົວພັນລະຫວ່າງສອງພັກ, ສອງລັດ ໄດ້ຮັກສາທ່າອ່ຽວພັດທະນາອັນດີງາມ, ດັ່ງນັ້ນການເຈລະຈາທາງໂທລະສັບລະຫວ່າງການນຳສອງຝ່າຍຄັ້ງນີ້ ເພື່ອແນໃສ່ຊີ້ເຫັນແຈ້ງທິດທາງການພົວພັນສອງປະເທດ ໃນໄລຍະຈະມາເຖິງ. ທ່ານ ຈາວລີຈຽນ ກໍ່ເນັ້ນໜັກວ່າ ຈີນ ຖືການພົວພັນກັບຫວຽດນາມເປັນສຳຄັນທີ່ສຸດ ແລະ ມີຄວາມປາດຖະໜາຢາກພ້ອມກັບຫວຽດນາມ ເຮັດໃຫ້ເນື້ອໃນການຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງສອງປະເທດ ອຸດົມສົມບູນກ່ວາອີກ, ເພີ່ມກຳລັງແຮງໃໝ່ໃຫ້ແກ່ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ພາລະກິດພັດທະນາສັງຄົມນິຍົມ.
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top