ທ່ານ ຈາວລີຈຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຢັ້ງຢືນວ່າ: ຫວຽດນາ ແລະ ຈີນ ແມ່ນສອງປະເທດສັງຄົມນິຍົມບ້ານໃກ້ເຮືອນຄຽງ ສະໜິດສະໜົມມີ “ຮ່ວມສາຍພູ, ຮ່ວມແມ່ນ້ຳ”, ມີມູນເຊື້ອມິດຕະພາບ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງກັນ” ແລະ ພ້ອມກັນມີຄວາມເຊື່ອໝັ້ນຕໍ່ອຸດົມຄະຕິອັນດຽວກັນ.
ທ່ານ ຈາວລີຈຽນ ໂຄສົກກະຊວງການຕ່າງປະເທດຈີນ
ຕອນບ່າຍວັນທີ 25 ພຶດສະພາ, ຢູ່ກອງປະຊຸມຖະແຫຼງຂ່າວ ນັດສາມັນຂອງກະຊວງການຕ່າງປະເທດຈີນ, ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບການເຈລະຈາທາງໂທລະສັບລະຫວ່າງ ທ່ານ ປະທານປະເທດຫວຽດນາມ ຫງວຽຊວັນຟຸກ ແລະ ທ່ານ ເລຂາທິການໃຫຍ່,ປະທານປະເທດ ຈີນ ສິຈິ້ນຜິງ ເມື່ອວັນທີ 24 ພຶດສະພາທີ່ມີຄວາມໝາຍແນວໃດຕໍ່ການພົວພັນລະຫ່ວາງສອງພັກ, ສອງລັດ, ທ່ານ ຈາວລີຈຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຢັ້ງຢືນວ່າ: ຫວຽດນາ ແລະ ຈີນ ແມ່ນສອງປະເທດສັງຄົມນິຍົມບ້ານໃກ້ເຮືອນຄຽງ ສະໜິດສະໜົມມີ “ຮ່ວມສາຍພູ, ຮ່ວມແມ່ນ້ຳ”, ມີມູນເຊື້ອມິດຕະພາບ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງກັນ” ແລະ ພ້ອມກັນມີຄວາມເຊື່ອໝັ້ນຕໍ່ອຸດົມຄະຕິອັນດຽວກັນ. ແຕ່ຕົ້ນປີມາຮອດປັດຈຸບັນ, ການພົວພັນລະຫວ່າງສອງພັກ, ສອງລັດ ໄດ້ຮັກສາທ່າອ່ຽວພັດທະນາອັນດີງາມ, ດັ່ງນັ້ນການເຈລະຈາທາງໂທລະສັບລະຫວ່າງການນຳສອງຝ່າຍຄັ້ງນີ້ ເພື່ອແນໃສ່ຊີ້ເຫັນແຈ້ງທິດທາງການພົວພັນສອງປະເທດ ໃນໄລຍະຈະມາເຖິງ. ທ່ານ ຈາວລີຈຽນ ກໍ່ເນັ້ນໜັກວ່າ ຈີນ ຖືການພົວພັນກັບຫວຽດນາມເປັນສຳຄັນທີ່ສຸດ ແລະ ມີຄວາມປາດຖະໜາຢາກພ້ອມກັບຫວຽດນາມ ເຮັດໃຫ້ເນື້ອໃນການຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງສອງປະເທດ ອຸດົມສົມບູນກ່ວາອີກ, ເພີ່ມກຳລັງແຮງໃໝ່ໃຫ້ແກ່ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ພາລະກິດພັດທະນາສັງຄົມນິຍົມ.
(ແຫຼ່ງຄັດຈາກ VOV)