• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃໝ່ ຢູ່ຫຼາຍ​ປະ​ເທດ​ເອີ​ລົບ​ສືບ​ຕໍ່​ເພີ່​ມ​ຂຶ້ນ

ໃນການອັບເດັດສະພາບການໂລກລະບາດໂຄວິດ - 19 ປະຈຳອາທິດ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ເຊື້ອໄວຣັດສາຍພັນ Omicron ສືບຕໍ່ແຜ່ລະບາດໄປທົ່ວໂລກ.
ພາບປະກອບ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 27 ມັງກອນ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 363 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,64 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 74 ລ້ານຄົນ ແລະຜູ້ເສຍຊີວິດເກືອບ 900.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

ໃນການອັບເດັດສະພາບການໂລກລະບາດໂຄວິດ - 19 ປະຈຳອາທິດ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ເຊື້ອໄວຣັດສາຍພັນ Omicron ສືບຕໍ່ແຜ່ລະບາດໄປທົ່ວໂລກ. ທ່ານນາງ Maria van Kerkhove ຫົວໜ້າກຸ່ມເຕັກນິກຂຶ້ນກັບໂຄງການການແພດສຸກເສີນ WHO ຍັງຄາດຄະເນວ່າ: ສິ່ງທີ່ເປັນໜ້າສົນໃຈແມ່ນ ສາຍພັນ Omicron BA.2 ທີ່ເກີດຂຶ້ນຢູ່ ເອີລົບ ແລະ ອາຊີ, ປັດຈຸບັນໄດ້ປະກົດຕົວຢູ່ ອາເມລິກາແລ້ວ.

ສ່ວນ ຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 26 ມັງກອນ ຫາເວລາ 16 ໂມງຂອງວັນທີ 27 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19ໃໝ່ຕື່ມອີກ 15.727 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 21.002 ຄົນ ແລະ ມີຜູ້ເສຍຊີວິດ ແມ່ນ 126 ຄົນ. ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 2.203.208 ຄົນ ແລະ ມາຮອດປັດຈຸບັນ ຫວຽດນາມ ມີ ໄດ້ສັກວັກຊິນກັນໂຄວິດ - 19178.818.612 ໂດສ.

(ແຫຼ່ງຄັດຈາກ VOV)


ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top