• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນລິນຈີ່ຂອງ ຫວຽດນາມ ສົ່ງອອກ ໄປຍັງຍີ່ປຸ່ນ ເພີ່ມຂຶ້ນ

      ວັນທີ 27 ພຶດສະພາ, ບັນດາງວດລິນຈີ່ທຳອິດໃນລະດູ 2021 ຂອງແຂວງບັກຢາງ ສືບຕໍ່ເລີ່ມສົ່ງອອກໄປຍັງ ຍີ່ປຸ່ນ ດ້ວຍບັນດາຖ້ຽວບິນ ຂອງ ບໍລີສັດການບິນ Vienam Airlines.
 
ພາບປະກອບ
        ກ່ອນໜ້ານັ້ນ, ໃນວັນທີ 23 ພຶດສະພາ ລິນຈີ່ງວດໜຶ່ງຂອງ ບັກຢາງ ກໍ່ໄດ້ໄປເຖິງທ່າອາກາດສະຍານ ຢູ່ ຍີ່ປຸ່ນ ແລ້ວ.
        ຍອດປະລິມານລິນຈີ່ ຂອງບັກຢາງ ສົ່ງອອກໄປຍັງຍີ່ປຸ່ນ ໃນ 2 ຄັ້ງແມ່ນເກືອບ 10 ໂຕນ. ລິນຈີ່ ບັກຢາງທີ່ສົ່ງອອກໃນຈຸດເວລານີ້ ໄດ້ປະຕິບັດຢ່າງຖືກຕ້ອງຕາມ ບັນດາມາດຖານໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດທີ່ສຸດ.
        ປີນີ້, ບັນດາອົງການວິຊາສະເພາະ ຍີ່ປຸ່ນ ໄດ້ມອບສິດໃຫ້ແກ່ອົງການກວດກາ ກັກກັນພະຍາດພືດ ຫວຽດນາມ ປະຕິບັດການ ຕິດຕາມກວດກາ, ຂ້າເຊື້ອໃຫ້ແກ່ລິນຈີ່ສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ. ເລື່ອງນີ້ ຈະຊ່ວຍປະຢັດເວລາ ແລະ ຄ່າທຳນຽມໃນການກະກຽມສົ່ງອອກ, ສ້າງເງື່ອນໄຂຢ່າງສະດວກໃຫ້ແກ່ລິນຈີ່ສົ່ງອອກໄປຍັງຍີ່ປຸ່ນ.
 (ແຫຼ່ງຄັດຈາກ VOV)
 

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ

Top