• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ຫວຽດນາມ ແລະ ໃນໂລກ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1ໂມງ 30 ນາທີຂອງວັນທີ 19 ສິງຫາ (ຕາມເວລາ UTC), ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນທົ່ວໂລກ ໄດ້ລືນກາຍຕົວເລກ 210 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4,4 ລ້ານຄົນ.
ປະຊາຊົນລໍຖ້າສັກວັກຊິນກັນໂຄວິດ - 19 ຢູ່ອົດສະຕາລີ (ພາບ: THX/TTXVN)
      ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ໄລ່ຮອດເວລາ 18 ໂມງຂອງວັນທີ 19 ສິງຫາ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 312.611 ຄົນ, ຢືນອັນດັບທີ  72/222 ປະເທດ ແລະ ເຂດແຄ້ວນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 120.059 ຄົນ.
      ປະຈຸບັນ, ມີ 6 ໃນຈຳນວນ 62 ແຂວງບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ເປັນເວລາ 14 ວັນແລ້ວຄື: ກວາງນິງ, ບັກກ້ານ, ຕວຽນກວາງ, ລາຍເຈົາ, ຮ່ວາບິ່ງ, ຫາຍຟ່ອງ.
      ສ່ວນຢູ່ໃນໂລກ: ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກ່ວາ 38 ລ້ານຄົນ ແລະ ຜູ້ເສຍຊີວິດ ກ່ວາ 641.000 ຄົນ. ຕໍ່ໜ້າສະພາບການໂລກລະບາດພວມມີການຜັນແປຢ່າງສັບສົນນັ້ນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປົກປ້ອງທັດສະນະກ່ຽວກັບການສັກວັກຊິນກັນໂຄວິດ - 19 ເຂັມທີ 3.
ການປະກົດຂຶ້ນຂອງເຊື້ອໄວຣັດສາຍພັນ Delta ໄດ້ ແລະ ພວມຕ່າວປີ້ນ ໝາກຜົນໃນການຕ້ານໂລກລະບາດ ເກືອບທັງໝົດຂອງ ບັນດາປະເທດໃນບັນດາການແຜ່ລະບາດຮອບກ່ອນນັ້ນ. ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ເມັກຊີໂກ ໄດ້ປະກາດຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກເກືອບ 29.000 ຄົນ ເຊິ່ງແມ່ນຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດໃນມື້ 1  ນັບແຕ່ເວລາເກີດໂລກລະບາດໂຄວິດ - 19.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top