• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດຕັ້ງບຸນປີໃໝ່ປະຈຳຊາດ ກຳປູເຈຍ-ລາວ-ມຽນມາ-ໄທ ປີ 2018 ຢູ່ນະຄອນໂຮ່ຈີມິນ

ບຸນປີໃໝ່ປະຈຳຊາດ ກຳປູເຈຍ - ລາວ - ມຽນມາ - ໄທ ປີ 2018 ໄດ້ດຳເນີນໃນຕອນເຊົ້າວັນທີ 11 ເມສາຢູ່ວັດ ໂຟມິງ ນະຄອນ ໂຮ່ຈີມິນ, ເນື່ອງໃນໂອກາດບຸນປີໃໝ່ - Chol Chnam Thmay ຂອງ ກຳປູເຈຍ, ບຸນປີໃໝ່ຂອງ ລາວ, ບຸນ Thing-yang ຂອງ ມຽນມາ ແລະ ບຸນ Song-kran ຂອງ ໄທ.

ບັນດາຜູ້ແທນເຂົ້າຮ່ວມບຸນປີໃໝ່ (ພາບອິນເຕີແນັດ)

ເຫດການໂດຍສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ (HUFO) ພ້ອມກັບຄະນະພຸດທະສາສະໜາສາກົນ, ສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນໂຮ່ຈີມິນ ສົມທົບກັນຈັດຕັ້ງຂຶ້ນ.

        ເຂົ້າຮ່ວມເຫດການດັ່ງກ່າວ, ທ່ານນາງ ອຸຣີຣັກ ຣັດຕະນະປຶກ ຫົວໜ້າສະຖານກົງສູນໃຫຍ່ ໄທ ປະຈຳ ນະຄອນໂຮ່ຈີມິນ ໄດ້ສະແດງຄວາມເປັນກຽດ ແລະ ພາກພູມໃຈ ເມື່ອໄດ້ເຂົ້າຮ່ວມບຸນປີໃໝ່ ກຳປູເຈຍ - ລາວ - ມຽນມາ - ໄທ ທີ່ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ. ຕີລາຄາສູງຄວາມໝາຍການຈັດຕັ້ງບຸນ, ທ່ານນາງ ອຸຣີຣັກ ຣັດຕະນະປຶກ ເນັ້ນໜັກວ່າ: ພ້ອມກັບຄວາມໝາຍອັນດີງາມຂອງວັນບຸນປີໃໝ່, ເລື່ອງຈັດຕັ້ງບຸນປີໃໝ່ປີນີ້ ແມ່ນໂອກາດເພື່ອໃຫ້ປະຊາຊົນບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ໄທ - ຫວຽດນາມ ສະແດງນ້ຳໃຈ, ຄວາມສາມັກຄີ ແລະ ເປັນຈິດໜຶ່ງໃຈດຽວ.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນ ລາວ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າອີກ.

Top