• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດງານ​ສົບ​ທ່ານອະດີດ​ເລຂາທິການ​ໃຫຍ່ ​ເລ​ຂາຟຽວ ຕາມ​ພິທີ​ໄຫວ້​ອາ​ໄລ​ລະດັບ​ຊາດ

ວັນທີ 10 ສິງຫາ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແຫ່ງ ສສ.ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ອອກແຈ້ງການສະບັບພິເສດ. ແຈ້ງການສະບັບດັ່ງກ່າວໄດ້ຊີ້ແຈ້ງວ່າ ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ໄດ້ເຖິງແກ່ມໍລະນະກໍາໃນເວລາ 2 ໂມງ 52 ນາທີຂອງວັນທີ 07 ສິງຫາ 2020, ຢູ່ເຮືອນພັກສ່ວນຕົວ, ລວມອາຍຸ 89 ປີ.

ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ເຖິງແກ່ມໍລະນະກໍາໃນເວລາ 2 ໂມງ 52 ນາທີຂອງວັນທີ 07 ສິງຫາ 2020, ຢູ່ເຮືອນພັກສ່ວນຕົວ, ລວມອາຍຸ 89 ປີ (ພາບ: vov.vn)

  ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ເກີດວັນທີ 27 ທັນວາ 1931, ຢູ່ຕາແສງ ດົງເຄ, ເມືອງດົງເຊີນ, ແຂວງແທັງຮວ໊າ. ທ່ານໄດ້ເຂົ້າຮ່ວມການເຄື່ອນໄຫວປະຕິວັດນັບແຕ່ປີ 1947; ເຂົ້າເປັນສະມາຊິກພັກໃນວັນທີ 19 ມິຖຸນາ 1949; ເປັນກໍາມະການຄະນະບໍລິຫານງານສູນກາງພັກ ຊຸດທີ VII, VIII; ເປັນເລຂາສູນກາງພັກຊຸດທີ VII; ກໍາມະການກົມການເມືອງຊຸດທີ VII, ຊຸດທີ VIII; ກໍາມະການປະຈໍາການ, ປະຈໍາກົມການເມືອງ ຊຸດທີ VIII; ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຊຸດທີ VIII (ນັບແຕ່ເດືອນ ທັນວາ 1997 ຫາ ເດືອນ ເມສາ 2001) ແລະ ເປັນສະມາຊິກສະພາແຫ່ງຊາດຊຸດທີ IX, ຊຸດທີ X.

        ໂດຍເຄື່ອນໄຫວປະຕິວັດມາເປັນເວລາກວ່າ 70 ປີ, ທ່ານໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດປະຕິວິດອັນສະຫງ່າອົງອາດຂອງພັກ ແລະ ຊາດຫວຽດນາມ. ທ່ານໄດ້ຮັບຫຼຽນໄຊດາວຄໍາ, ຫຼຽນກາ 70 ປີເປັນສະມາຊິກພັກ ຈາກພັກ, ລັດ ຫວຽດນາມ ແລະ ຫຼາຍຫຼຽນກາຫຼຽນໄຊທີ່ສູງສົ່ງອື່ນໆຂອງຫວຽດນາມ ແລະ ສາກົນ.

        ເພື່ອສະແດງຄວາມອາໄລອາວອນແກ່ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ, ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕົກລົງຈັດຕັ້ງງານສົບລະດັບຊາດ ຢູ່ຫໍງານສົບແຫ່ງຊາດ, ເຮືອນເລກທີ 5 ຖະໜົນ ເຈິ່ນແທ໊ງຕົງ, ຮ່າໂນ້ຍ ໂດຍເລີ່ມແຕ່ເວລາ 8 ໂມງເຂົ້າ ຂອງວັນທີ 14 ສິງຫາ ຮອດເວລາ 12 ໂມງຂອງວັນທີ 15 ສິງຫາ 2020 ໂດຍທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເປັນປະທານ. ໃນຂະນະດໍາເນີນງານສົບລະດັບຊາດນີ້, ບັນດາອົງການ, ສະຖານທີ່ສາທາລະນະ ຈະເອົາທຸງລົງເຄິ່ງເສົາ ແລະ ຢຸດຕິບັນດາການເຄື່ອນໄຫວລະຫຼີ້ນບັນເທິງຊົ່ວຄາວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top