• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈະຈັດການຕ້ອນຮັບແຂກກໍ່ຕໍ່ເມື່ອຮັບປະກັນບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເທົ່ານັ້ນ

      ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສະເໜີໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ສົມທົບກັນຊີ້ນຳບັນດາອົງການ, ຄະນະ, ຂະແໜງການຢູ່ທ້ອງຖິ່ນຜັນຂະຫຍາຍບາງເນື້ອໃນ ເພື່ອແນໃສ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19
(ພາບປະກອບ: TTXVN)
      ຈະຈັດການຕ້ອນຮັບແຂກກໍ່ຕໍ່ເມື່ອຮັບປະກັນບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນໃນເອກະສານ ໂດຍທ່ານນາງຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຈິ້ງທິຖຸຍ ໄດ້ລົງລາຍເຊັນ, ສົ່ງໃຫ້ຄະນະກຳມະການບັນດາແຂວງ, ນະຄອນຂຶ້ນກັບສູນກາງ, ສະເໜີເພີ່ມທະວີບັນດາມາດຕະການທີ່ປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ປະຕິບັດວີຖີການດຳລົງຊີວິດສີວິໄລໃນຂົງເຂດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສະເໜີໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ສົມທົບກັນຊີ້ນຳບັນດາອົງການ, ຄະນະ, ຂະແໜງການຢູ່ທ້ອງຖິ່ນຜັນຂະຫຍາຍບາງເນື້ອໃນ ເພື່ອແນໃສ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນຂົງເຂດວັດນະທຳ, ກິລາ ແລະ ທ່ອງທ່ຽວຢ່າງມີປະສິດທິຜົນ. ລະອຽດແມ່ນ, ບັນດາທ້ອງຖິ່ນຄວນສືບຕໍ່ປະຕິບັດການຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ, ຜັນຂະຫຍາຍຂັ້ນຕອນປ້ອງກັນ, ສະກັດກັ້ນໂລກລະບາດໃນການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕາມການແນະນຳຂອງກະຊວງສາທາລະນະສຸກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top