• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ມູນ​ຂອງກອງ​ພົນ​ນ້ອຍ ​ຊ່າງ​ແສງ 83 ກອງ​ທັບ​ເຮືອ

ຕອນເຊົ້າວັນທີ 24 ທັນວາ, ຄະນະປະສານງານ ກອງພົນນ້ອຍຊ່າງແສງ 83 ກອງທັບເຮືອ ຢູ່ຮ່າໂນ້ຍ ໄດ້ຈັດງານພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ກອງພົນນ້ອຍຊ່າງແສງ 83 ກອງທັບເຮືອ, ເຊິ່ງແມ່ນຕົ້ນກຳເນີດຂອງກອງກຳລັງ 83 ວຽງຈັນ - ທະຫານອາສາສະໝັກ ຫວຽດນາມ ຢູ່ ລາວ (1958 – 2023). ເຂົ້າຮ່ວມງານພົບປະ ມີທ່ານນາງເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ຄຳເພົາ ເອີນທະວັນ.
ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ກ່າວຄຳເຫັນໃນງານພົບປະ (ພາບ: qdnd.vn)

ກົມກອງ 83 ໄດ້ຮັບການສ້າງຕັ້ງ, ຕໍ່ສູ້ ແລະ ພັດທະນາຈາກ ກອງກຳລັງ 83 ວຽງຈັນ - ທະຫານອາສາສະໝັກຫວຽດນາມ ຢູ່ ລາວ ໃນໄລຍະຕໍ່ຕ້ານຕ້ານລ່າເມືອງຂຶ້ນ ຝລັ່ງ, ແລ້ວໄດ້ປ່ຽນຊື່ເປັນ ກອງພົນໃຫຍ່ຊ່າງແສງ 83 ໃນໄລຍະຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ ກູ້ຊາດ ແລະ ຫຼັງຈາກນັ້ນ ຈຶ່ງກາຍເປັນກອງພົນນ້ອຍ ຊ່າງແສງ 83 ກອງທັບເຮືອ ສ້າງສາປົກປັກຮັກສາໝູ່ເກາະ ເຈື່ອງຊາ. ນີ້ແມ່ນໂອກາດເພື່ອໃຫ້ເຂົາເຈົ້າຫວນຄືນມູນເຊື້ອປະຫວັດສາດທີ່ສະຫງ່າອົງອາດໃນໄລຍະ 65 ປີ ແຫ່ງການສ້າງສາ ແລະ ພັດທະນາຂອງ ກອງພົນນ້ອຍຊ່າງແສງ 83 ກອງທັບເຮືອ, ຫວນຄືນຄວາມຊົງຈຳ ແລະ ເລື່ອງລາວຕ່າງໆທີ່ເຕັມໄປດ້ວຍນ້ຳໃຈເພື່ອນຮ່ວມກົມກອງ, ສະຫາຍສຳພັນທະມິດສູ້ຮົບ ຫວຽດນາມ - ລາວ.

ກ່າວຄຳເຫັນໃນງານພົບປະ, ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ຢັ້ງຢືນວ່າ: ປະຊາຊົນລາວ ບັນດາເຜົ່າ ຍາມໃດກໍຈົດຈຳ ແລະ ຮູ້ບຸນຄຸນຕໍ່ການເສຍສະຫຼະເລືອດເນື້ອຂອງທະຫານອາສາສະໝັກ ຫວຽດນາມ ເພື່ອພາລະກິດປົດປ່ອຍ ແລະ ສ້າງສາປະເທດລາວ ໃນປັດຈຸບັນ. ທ່ານນາງກ່າວວ່າ:

“ໃນສະໄໝຕໍ່ສູ້ກູ້ຊາດ, ການເສຍສະຫຼະຂອງບັນດາທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານ ຫວຽດນາມ ກໍຄືເລືອດເນື້ອຂອງນັກຮົບ ຫວຽດນາມ ແມ່ນໄດ້ເຈືອຈານກັບເລືອດເນື້ອຂອງນັກຮົບລາວ. ທຸກບ່ອນທຸກແຫ່ງ, ທຸກຮ່ອມພູຜາປ່າໄມ້ຂອງລາວ ລ້ວນແຕ່ມີຮ່ອງຮອຍ ແລະ ຮອຍຕີນຂອງນັກຮົບ ຫວຽດນາມ. ນີ້ແມ່ນການປະກອບສ່ວນອັນໃຫຍ່ຫຼວງ ແລະ ມີຄຸນງາມຄວາມດີຢ່າງຫຼວງຫຼາຍ, ມີຄຸນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວ ບັນດາເຜົ່າ, ເຊິ່ງປະເທດລາວໄດ້ບັນທຶກໄວ້ໃນປຶ້ມຄຳປະຫວັດສາດ ທີ່ສະຫງ່າງາມຂອງຊາດລາວ ຈົນເທົ່າໃດໆ, ແມ່ນການເສຍສະຫຼະເພື່ອໜ້າທີ່ສາກົນກຳມະຊີບທີ່ສູງສົ່ງ ກໍຄື ປະຕິບັດຕາມຄຳຮຽກຮ້ອງຕ້ອງການຂອງການປະຕິວັດ ທີ່ຫາສິ່ງໃດມາປຽບບໍ່ໄດ້ ແລະ ກໍເປັນການຊ່ວຍເຫຼືອທີ່ມາຈາກຄວາມຈິງໃຈອັນບໍລິສຸດຜຸດຜ່ອງ ຄືກັບຄຳເວົ້າຂອງປະທານໂຮ່ຈີມິນທີ່ວ່າ ຊ່ວຍເພື່ອນຄືຊ່ວຍຕົນເອງ ແລະ ສົມແລ້ວທີ່ເປັນທະຫານລຸງໂຮ່”.

ເນື່ອງໃນໂອກາດນີ້, ຄະນະປະສານງານທະຫານອາສາສະໝັກ ຫວຽດນາມ ຊ່ວຍເຫຼືອ ລາວ ກໍມອບຫຼຽນກາທີ່ລະນຶກທະຫານອາສາສະໝັກ ຫວຽດນາມ ຢູ່ ລາວ ແລະ ຫຼຽນກາທີ່ລະນຶກ ນັກຮົບເຈື່ອງເຊີນ - ເສັ້ນທາງ ໂຮ່ຈີມິນ ຫວຽນນາມ ໃຫ້ພະນັກງານ, ນັກຮົບຈຳນວນໜຶ່ງທີ່ເຄີຍເຂົ້າຮ່ວມການຕໍ່ສູ້; ຮັບຟັງການແນະນຳກ່ຽວກັບປຶ້ມ ເຈື່ອງເຊີນຕາເວັນຕົກ - ຮັກຫອມກັນຢ່າງເລິກເຊິ່ງ ແລະ ປຶ້ມ ກອງພົນນ້ອຍ 83 ສະໄໝຢູ່ທະເລໝູ່ເກາະເຈື່ອງຊາ  ຂອງພົນຈັດຕະວາ ຮວ່າງກ່ຽນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top