• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ບຸນ “ສະ​ບາຍ​ດີ ຫວຽດ​ນາມ” ເຊື່ອມ​ຕໍ່​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ

ງານບຸນ ສະບາຍດີ ຫວຽດນາມ ຊື່ງຈັດຂຶ້ນຈາກແນວຄວາມຄິດເຊື່ອມຕໍ່ວັດທະນະທຳ ແລະ ເປີດກວ້າງໄປສູ່ຂົງເຂດອື່ນໆເຊັ່ນ ດຳເນີນທຸລະກິດ, ການທ່ອງທ່ຽວ, ທາງລົດໄຟ ແລະ ຮູບເງົາ. ງານບຸນ “ສະບາຍດີ ຫວຽດນາມ” ໄດ້ດຳເນີນຢູ່ນະຄອນ ໂຮ່ຈີມິນ; ນະຄອນ ຍາຈາງ, ແຂວງ ແຄັ໊ງຮວ່າ ແລະ ນະຄອນ ດ່າລາດ, ແຂວງ ເລິມດົ່ງ ແຕ່ວັນທີ 25 ສິງຫາ ຫາວັນທີ 31 ສິງຫາ.
ພິທີໃຕ້ທຽນທີ່ເປັນມູນເຊື້ອຂອງ ອິນເດຍ ໄດ້ດຳເນີນໃນພິທີໄຂຂອງງານບຸນ (ພາບ: TTXVN)

ຕອນຄ່ຳວັນທີ 25 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ແລະ ສະຖານກົງສູນໃຫຍ່ ອິນເດຍ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບບາງຫົວໜ່ວຍທີ່ກ່ຽວຂ້ອງ ໄຂງານບຸນ “ສະບາຍດີ ຫວຽດນາມ” ປີ 2024, ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ (1972 – 2024).

ງານບຸນ ສະບາຍດີ ຫວຽດນາມ ຊື່ງຈັດຂຶ້ນຈາກແນວຄວາມຄິດເຊື່ອມຕໍ່ວັດທະນະທຳ ແລະ ເປີດກວ້າງໄປສູ່ຂົງເຂດອື່ນໆເຊັ່ນ ດຳເນີນທຸລະກິດ, ການທ່ອງທ່ຽວ, ທາງລົດໄຟ ແລະ ຮູບເງົາ. ງານບຸນ “ສະບາຍດີ ຫວຽດນາມ” ໄດ້ດຳເນີນຢູ່ນະຄອນ ໂຮ່ຈີມິນ; ນະຄອນ ຍາຈາງ, ແຂວງ ແຄັ໊ງຮວ່າ ແລະ ນະຄອນ ດ່າລາດ, ແຂວງ ເລິມດົ່ງ ແຕ່ວັນທີ 25 ສິງຫາ ຫາວັນທີ 31 ສິງຫາ. ງານບຸນລວມມີບັນດາລາຍການສະແດງແນະນຳສິລະປະວັນນະຄະດີພື້ນເມືອງ, ສົ່ງເສີມການຄ້າ, ແນະນຳການທ່ອງທ່ຽວ; ຮ່ວມມືດ້ານການສຶກສາ… ໜຶ່ງໃນບັນດາເຫດການຕົ້ນຕໍຂອງງານບຸນ ແມ່ນພິທີປະກາດແຜນການຜະລິດຮູບເງົາ “Love in Vietnam”, ໂຄງການຮ່ວມມືຮູບເງົາ ຫວຽດນາມ - ອິນເດຍ ດ້ວຍການຖ່າຍທຳຢູ່ສອງປະເທດ ເຊິ່ງຈະເລີ່ມປະຕິບັດໃນເດືອນກັນຍາຈະມາເຖິງນີ້.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດລາວ, ປະທານປະເທດແຫ່ງ ສປປ. ລາວ ພ້ອມດ້ວຍພັນລະຍາ ຈະເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ລະຫວ່າງວັນທີ 26 - 27 ມັງກອນ.

Top