ງານບຸນ ມີປະມານ 150 ຮ້ານທີ່ມາຈາກຫຼາຍເຄື່ອງໝາຍການຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດ, ອັນໄດ້ສ້າງເປັນເຂດອາຫານການກິນທີ່ຫຼາກຫຼາຍສີສັນ ແລະ ມີຊີວິດຊີວາທີ່ສຸດ. ໃນ 4 ວັນດຳເນີນງານບຸນ (ແຕ່ວັນທີ 23 – 26 ເມສາ), ມີຫຼາຍກິດຈະກຳທີ່ດູດດື່ມຖືກຈັດຂຶ້ນ ແລະ ກາຍເປັນຈຸດນັດພົບທີ່ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
ງານບຸນໄດ້ສ້າງຄວາມປະທັບໃຈຕໍ່ແຂກທ່ອງທ່ຽວຕ່າງປະເທດຫຼາຍຄົນທີ່ໄດ້ກິນເຂົ້າຈີ່ ຫວຽດນາມ ເປັນຄັ້ງທຳອິດ.
“ນີ້ແມ່ນຄັ້ງທໍດອິດທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມງານບຸນເຂົ້າຈີ່ ຫວຽດນາມ. ຂ້າພະເຈົ້າມັກເຂົ້າຈີ່ຂອງ ຫວຽດນາມ ອີຫຼີ, ເຂົ້າຈີ່ແຊບຫຼາຍ ເມື່ອກິນໃສ່ໄສ້ຊີ້ນຊະນິດຕ່າງໆ. ຢູ່ ຝລັ່ງ, ເຂົ້າຈີ່ທີ່ໄດ້ຍັດໄສ້ດ້ວຍແຮມ ແລະ cheese ກໍແມ່ນເຍື່ອງອາຫານທີ່ມີຊື່ສຽງທີ່ສຸດ, ແຕ່ຂ້າພະເຈົ້າຄິດວ່າ ເຂົ້າຈີ່ ຫວຽດນາມ ຍັງແຊບກວ່າເຂົ້າຈີ່ sandwich ຢູ່ປະເທດຂ້າພະເຈົ້າ ອີກດ້ວຍ”.
“ງານບຸນເຂົ້າຈີ່ຄັກຫຼາຍ, ທັງມີອາຫານແຊບໆ ແລະ ວີທີການຈັດງານບຸນກໍຈັບໃຈທີ່ສຸດ. ເຂົ້າຈີ່ ຫວຽດນາມ ມີຫຼາຍລົດຊາດກວ່າ ດ້ວຍຫຼາຍວັດຖຸດິບຄື ຜັກສົດ, ຊີ້ນ… ແຊບກວ່າຫຼາຍເມື່ອທຽບໃສ່ເຂົ້າຈີ່ຢູ່ບ້ານຂ້າພະເຈົ້າ”.








