ຂ່າວສານ

ງານ​ບຸນ​ເຂົ້າ​ຈີ່ ຫວຽດ​ນາມ ຄັ້ງ​ທີ 4 ປີ 2026 ສ້າງບັນ​ຍາ​ກາດ​ທີ່ຫຼາກຫຼາຍ​​ສີສັນ

ງານ​ບຸນ​ເຂົ້າ​ຈີ່ ຫວຽດ​ນາມ ຄັ້ງ​ທີ 4 ປີ 2026 ​ທີ່​ມີ​ຫົວ​ຂໍ້ “ເຂົ້າ​ຈີ່ ຫວຽດ​ນາມ: ຄຸນ​ຄ່າ​ອາ​ຫານ​ການ​ກິນ​ໂລກ - ແຜ່​ກະ​ຈາຍ​ໄປ​ທົ່ວ​ຫ້າ​ທະ​ວີບ” ໄດ້​ເປີດ​ປະ​ຕູ​ຕ້ອນ​ຮັບ​ມະ​ຫາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ນັບ​ແຕ່​ຕອນ​ຄ່ຳ​ວັນ​ທີ 23 ເມ​ສາ ຢ່າງ​ເປັນ​ທາງ​ການ, ຢູ່​ສວນ​ສາ​ທາ​ລະ​ນະ​ ເລ​ວັນ​ຕາມ, ນະ​ຄອນ ໂຮ່​ຈີ​ມິນ.
  ທ່ານ Colin Thompson, ແຂກ​ທ່ອງ​ທ່ຽວ​ມາ​ຈາກ ອົດ​ສະ​ຕາ​ລີ ເຂົ້າ​ຮ່ວມ​ງານ​ບຸນ  

ງານ​ບຸນ ມີ​ປະ​ມານ 150 ຮ້ານ​ທີ່​ມາ​ຈາກຫຼາຍ​ເຄື່ອງ​ໝາຍ​ການ​ຄ້າ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ອັນ​ໄດ້​ສ້າງ​ເປັນ​ເຂດ​ອາ​ຫານ​ການ​ກິນ​ທີ່​ຫຼາກຫຼາຍ​ສີ​ສັນ ແລະ ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ. ໃນ 4 ວັນ​ດຳ​ເນີນ​ງານ​ບຸນ (ແຕ່​ວັນ​ທີ 23 – 26 ເມ​ສາ), ມີຫຼາຍ​ກິດ​ຈະ​ກຳ​ທີ່​ດູດ​ດື່ມ​ຖືກ​ຈັດ​ຂຶ້ນ ແລະ ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼວງຫຼາຍ.

ງານ​ບຸນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດຫຼາຍ​ຄົນ​ທີ່ໄດ້​ກິນ​ເຂົ້າ​ຈີ່ ຫວຽດ​ນາມ ເປັນ​ຄັ້ງ​ທຳ​ອິດ.

“ນີ້​ແມ່​ນ​ຄ​ັ້ງ​ທໍ​ດ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ເຂົ້າ​ຈີ່ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ມັກ​ເຂົ້າ​ຈີ່ຂອງ ຫວຽດ​ນາມ ອີ​ຫຼີ, ເຂົ້າ​ຈີ່​ແຊບຫຼາຍ ເມື່ອ​ກິນ​ໃສ່​ໄສ້​ຊ​ີ້ນ​ຊະ​ນິດ​ຕ່າງໆ. ຢູ່ ຝ​ລັ່ງ, ເຂົ້າ​ຈີ່​​ທີ່​ໄດ້​ຍັດ​ໄສ້​ດ້ວຍ​ແຮມ ແລະ cheese ກໍ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ມີ​ຊື່​ສຽງ​ທີ່​ສຸດ, ແຕ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຂົ້າ​ຈີ່ ຫວຽດ​ນາມ ຍັງ​ແຊບກວ່າ​ເຂົ້າ​ຈີ່ sandwich ຢູ່​ປະ​ເທດ​ຂ້າ​ພະ​ເຈົ້າ ອີກ​ດ້ວຍ”.

“ງານ​ບຸນ​ເຂົ້າ​ຈີ່​ຄັກຫຼາຍ, ທັງ​ມີ​ອາ​ຫານ​ແຊບໆ ແລະ ວີ​ທີ​ການ​ຈັດ​ງານ​ບຸນ​ກໍ​ຈັບ​ໃຈ​ທີ່​ສຸດ. ເຂົ້າ​ຈີ່ ຫວຽດ​ນາມ ມີຫຼາຍ​ລົດ​ຊາດກວ່າ ດ້ວຍຫຼາຍ​ວັດ​ຖຸ​ດິບ​ຄື ຜັກ​ສົດ, ຊີ້ນ… ແຊບກວ່າຫຼາຍ​ເມື່ອ​ທຽບ​ໃສ່​ເຂົ້າ​ຈີ່​ຢູ່​ບ້ານ​ຂ້າ​ພະ​ເຈົ້າ”.

ເຂົ້າ​ຈີ່ ຫວຽດ​ນາມ ແມ່ນ​ເຍື່ອງ​ອາ​ຫານ​ທີ່​ລຽບ​ງ່າຍ​ຂອງ​ຄົນ ຫວຽດ ໂດຍ​ໄດ້​ປະ​ກົດ​ຕົວ​ຢູ່​ ຫວຽດ​ນາມ ມານີ້ 150 ກວ່າ​ປີ​ແລ້ວ. ປີ 2026 ນີ້​ແມ່ນ​ປີ​ທີ 15 ທີ່ “ເຂົ້າ​ຈີ່” ໄດ້​ຈົດເຂົ້າ​ໃນ​ວັດ​ຈະ​ນາ​ນຸ​ກົມ Oxford ຂອງ​ອັງ​ກິດ (24/3/2011-24/3/2026).

top