• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຟະລິກາ ເລິກເຊິ່ງຂຶ້ນຕື່ມ

ຕອນຄ່ຳວັນທີ 22 ພຶດສະພາ, ຢູ່ ຮ່າໂນ້ຍ, ບັນດາເອກອັກຄະລັດຖະທູດ ອາຟະລິກາ ປະຈຳ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 63 ປີແຫ່ງວັນອາຟະລິກາ (25 ພຶດສະພາ 1963 – 25 ພຶດສະພາ 2026).
  ທ່ານ ເລແອັງຕວນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ກ່າວຄຳເຫັນທີ່ພິທີ (ພາບ: TTXVN)  

ຕອນ​ຄ່ຳ​ວັນ​ທີ 22 ພຶດ​ສະ​ພາ, ຢູ່ ຮ່າ​ໂນ້ຍ, ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ອ​າ​ຟະ​ລິ​ກາ ປະ​ຈຳ ຫວຽດ​ນາມ ໄດ້​ຈັດ​ພ​ິ​ທີ​ສະ​ເຫຼີມ​ສະ​ຫຼອງ 63 ປີ​ແຫ່ງວັນ​ອາ​ຟະ​ລິ​ກາ (25 ພຶດ​ສະ​ພາ 1963 – 25 ພຶ​ດ​ສະ​ພາ 2026).

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ, ທ່ານ ເລ​ແອັງ​ຕວນ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢືນ​ຢັນ​ວ່າ ຍາມ​ໃດ ຫວຽດ​ນາມ ກໍ່​ປາດ​ຖະ​ໜາ​ຢາກ​ເຮັດ​ໃຫ້​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ກັບ ອາ​ຟະ​ລິ​ກາ ຢູ່ຂັ້ນ 2 ຝ່າຍ, ຫຼາຍ​ຝ່າຍ ແລະ ລະ​ຫວ່າງ​ພາກ​ພື້ນ ​ເລິກ​ເຊິ່ງ​ຂຶ້​ນ​ຕື່​ມ. ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮຽງ​ບ່າ​ຮຽງ​ໄຫຼ່​ກັບ​ບັນ​ດາ​ປະ​ເທດ ອາ​ຟະ​ລິ​ກາ ແລະ ປະ​ກອບ​ສ່ວນ​​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2063 ຂອງ​ສະ​ຫະ​ພັນ ອາ​ຟະ​ລິ​ກາ ຢ່າງແທດຈິງ; ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳ, ຮັບ​ປະ​ກັນ​ຄວາມ​ໝັ້​ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ…

ຜູ້​ຕາງ​ໜ້າບັນ​ດາ​ປະ​ເທດ ອາ​ຟະ​ລິ​ກາ, ທ່ານ Jamale Chouaibi, ເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ຣົກ, ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ ອາ​ຟະ​ລິ​ກາ, ຫົວ​ໜ້າ​ຄະ​ນະ​ເອກ​ອັກ​ຄະ​ລັດ​ຖະ​ທູດບັນ​ດາ​ປະ​ເທດ ອາ​ຟະ​ລິ​ກາ, ຢືນ​ຢັນ​ວ່າ ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອາ​ຟະ​ລິ​ກາ ແລະ ຫວຽດ​ນາມ ໄດ້​ຮັບ​ການ​ສ້າ​ງ​ຂຶ້ນ​ບົນ​ພື້ນ​ຖານ​ຄວາມ​ເຄົາ​ລົບ​ເຊິ່ງ​ກັນ​ ແລະ​ ກັນ ແລະ ມີ​ແງ່​ຫວັງ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຄ້າ APEC ຢູ່ ຊູເຈົາ (ຈີນ)

ກອງປະຊຸມລັດຖະມົນຕີການຄ້າ APEC ຢູ່ ຊູເຈົາ (ຈີນ)

ບັນດາຂົງເຂດໃຫ້ບຸລິມະສິດປຶກສາຫາລືລ້ວນແຕ່ຮັບໃຊ້ເປົ້າໝາຍລວມແມ່ນ ສຸມໃສ່ຊຸກຍູ້ວິໄສທັດການພັດທະນາເສດຖະກິດ ອາຊີ - ປາຊີຟິກ ຢ່າງຍາວໄກ.

Top