• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ບຸນ​ລະ​ດູບ​ານ​ໃໝ່ ໂກນ​ເຊີນ - ກຽບ​ບາກ ໄດ້​ຮັບ​ການຍົກ​ລະ​ດັບ​ດ້ວຍຫຼາຍ​ກິດ​ຈະ​ກຳ​ທີ່​ພົ້ນ​ເດັ່ນພິ​ເສດ

ສະຖານທີ່ຂອງງານບຸນໄດ້ເປີດກວ້າງໃນຂອບເຂດມໍລະດົກກົນເຊີນ ກຽບບາກທັງໝົດ, ຕິດພັນຢ່າງແໜ້ນແຟ້ນກັບການໂຄສະນາບັນດາຄຸນຄ່າພົ້ນເດັ່ນທົ່ວໂລກ ຂອງມໍລະດົກໂລກ, ໃນນັ້ນສຸມໃສ່ 5 ສະຖານທີ່ຮ່ອງຮອຍຕ່າງໆໃນເຂດມໍລະດົກໃນບໍລິເວນນະຄອນ ຫ໋າຍຝ່ອງ.
  ວັດກົນເຊີນ ໃນເຂດມໍລະດົກ ກົນເຊີນ - ກຽບບາກ ຢູ່ບ້ານເຈິ່ນຮຶງດ້າວ (ພາບ: VOV)  
ວັນທີ 26 ກຸມພາ, ງານບຸນລະດູບານໃໝ່ ໂກນເຊີນ - ກຽບບາກ (ນະຄອນຫ໋າຍຝ່ອງ) ປີ 2026 ໄດ້ໄຂຂຶ້ນຢ່າງເປັນທາງການ ແລະ ແກ່ຍາວຈົນຮອດວັນທີ 11 ມີນາ. ໃນສະພາບການທີ່ອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ຫາກໍ່ຮັບຮອງເອົາ ເຂດມໍລະດົກໂກນເຊີນ - ກຽບບາກ ແມ່ນມໍລະດົກວັດທະນະທຳໂລກເມື່ອເດືອນກໍລະກົດ 2025, ງານບຸນ ລະດູບານໃໝ່ ກົນເຊີນ - ກຽບບາກປີນີ້ໄດ້ຍົກລະດັບຂຶ້ນ ດ້ວຍຫຼາຍຈຸດໃໝ່ອ່ຽມ, ພົ້ນເດັ່ນ, ພິເສດ. ຕາມນັ້ນແລ້ວ, ສະຖານທີ່ຂອງງານບຸນໄດ້ເປີດກວ້າງໃນຂອບເຂດມໍລະດົກກົນເຊີນ ກຽບບາກທັງໝົດ, ຕິດພັນຢ່າງແໜ້ນແຟ້ນກັບການໂຄສະນາບັນດາຄຸນຄ່າພົ້ນເດັ່ນທົ່ວໂລກ ຂອງມໍລະດົກໂລກ, ໃນນັ້ນສຸມໃສ່ 5 ສະຖານທີ່ຮ່ອງຮອຍຕ່າງໆໃນເຂດມໍລະດົກໃນບໍລິເວນນະຄອນ ຫ໋າຍຝ່ອງ.

(ແຫຼ່ງຄັດຈາກ VOV)

ສະຫະປະຊາຊາດ ກ່າວເຕືອນວິກິດການມະນຸດສະທຳນັບມື້ນັບຮ້າຍແຮງຢູ່ ໂຊມາລີ ຍ້ອນໄພແຫ້ງແລ້ງ

ສະຫະປະຊາຊາດ ກ່າວເຕືອນວິກິດການມະນຸດສະທຳນັບມື້ນັບຮ້າຍແຮງຢູ່ ໂຊມາລີ ຍ້ອນໄພແຫ້ງແລ້ງ

ມີປະມານ 1/3 ຈຳນວນປະຊາກອນຂອງ ໂຊມາລີ, ເທົ່າກັບ 6,5 ລ້ານຄົນ, ຈະຖືກຕົກໃນສະພາບວິກິດການອຶດຫິວ ຫຼື ຮ້າຍແຮງກວ່າໃນເດືອນ ມີນາ

Top