• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລະ​ດູ​ບານ​ບານ​ໃໝ່​ປີ​ມະ​ເມຍ 2026: ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ຍົກ​ສູງ​ບົດ​ບາດ​ຂອງ​ວົງ​ຄະ​ນະ​ຍາດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ

ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ເນັ້ນໜັກວ່າການປະກອບສ່ວນຂອງຊາວຫວຽດນາມຢູ່ອົດສະຕາລີ ກ່ວາ 320.000 ຄົນໃນໄລຍະເວລາກວ່າ 50 ປີຜ່ານມາ ຄືພາກສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ໃນຜົນສຳເລັດຂອງປະເທດອົດສະຕາລີ.
  ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ (ພາບ: TTXVN)  
ຂໍ້ມູນຈາກເວັບໄຊ Sbs.com.au ໃນວັນທີ 25 ກຸມພາ ໃຫ້ຮູ້ວ່າ ຢູ່ງານຕະຫຼາດນັດບຸນເຕັດ 2026 ທີ່ໄດ້ຈັດຂຶ້ນຢູ່ Fairfield Showground ສະຖານທີ່ສາທາລະນະ ຂຶ້ນກັບເຂດ Greater West ຂອງນະຄອນ Sydney, ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ເປັນຄັ້ງທຳອິດໄດ້ເຂົ້າຮ່ວມວັນບຸນ ແລະ ສົ່ງຄຳອວຍພອນປີໃໝ່ ໄປຍັງວົງຄະນະຍາດຊາວຫວຽດນາມ. ທ່ານນາງເນັ້ນໜັກວ່າການປະກອບສ່ວນຂອງຊາວຫວຽດນາມຢູ່ອົດສະຕາລີ ກ່ວາ 320.000 ຄົນໃນໄລຍະເວລາກວ່າ 50 ປີຜ່ານມາ ຄືພາກສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ໃນຜົນສຳເລັດຂອງປະເທດອົດສະຕາລີ. ຕາມທ່ານນາງແລ້ວ, ບັນດາວັນບຸນຄື ບຸນເຕັດ ບໍ່ພຽງແຕ່ຮັກສາວັດທະນະທຳເທົ່ານັ້ນ ຫາກຍັງ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ຄວາມເຂົ້າໃຈ ແລະ ກຳລັງແຮງຂອງສັງຄົມທີ່ມີວັດທະນະທຳຫຼາກຫຼາຍ ຂອງອົດສະຕາລີອີກດ້ວຍ. ຕາມທ່ານນາງ Sam Mostyn ແລ້ວ, ຄວາມຫຼາກຫຼາຍແມ່ນກຳລັງແຮງທີ່ຍິ່ງໃຫຍ່ທີ່ສຸດຂອງ ອົດສະຕາລີ. ດັ່ງນັ້ນ, ທ່ານນາງ ເນັ້ນໜັກເຖິງການແບ່ງປັນວັດທະນະທຳໄດ້ຊ່ວຍໃຫ້ບັນດາຄົນບໍ່ແມ່ນເຊື້ອຊາດຫວຽດ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳ, ຄວາມອົບອຸ່ນ ແລະ ຈິດໃຈວົງຄະນະຍາດຂອງຊາວຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສະຫະປະຊາຊາດ ກ່າວເຕືອນວິກິດການມະນຸດສະທຳນັບມື້ນັບຮ້າຍແຮງຢູ່ ໂຊມາລີ ຍ້ອນໄພແຫ້ງແລ້ງ

ສະຫະປະຊາຊາດ ກ່າວເຕືອນວິກິດການມະນຸດສະທຳນັບມື້ນັບຮ້າຍແຮງຢູ່ ໂຊມາລີ ຍ້ອນໄພແຫ້ງແລ້ງ

ມີປະມານ 1/3 ຈຳນວນປະຊາກອນຂອງ ໂຊມາລີ, ເທົ່າກັບ 6,5 ລ້ານຄົນ, ຈະຖືກຕົກໃນສະພາບວິກິດການອຶດຫິວ ຫຼື ຮ້າຍແຮງກວ່າໃນເດືອນ ມີນາ

Top