• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ອາດຈະຍົກພາສີຂຶ້ນເປັນ 15% ຫຼື ສູງກວ່າສຳລັບປະເທດຈຳນວນໜຶ່ງ

ວັນທີ 25 ກຸມພາ, ທ່ານ Jamieson Greer, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໃຫ້ຮູ້ວ່າ ອັດຕາພາສີອາກອນ 10% ໃນປະຈຸບັນ ອາດຈະຖືກຍົກຂຶ້ນເປັນ 15% ຫຼື ສູງກວ່າສຳລັບປະເທດຈຳນວນໜຶ່ງ, ແຕ່ບໍ່ຍົກອອກລາຍລະອຽດຄູ່ຄ້າໃດຈະຖືກຈັດວາງ.  
ທ່ານ Jamieson Greer, ຜູ້ຕາງໜ້າການຄ້າ ອາເມລິກາ (ພາບ: REUTERS/Kylie Cooper)
ກ່າວຄຳເຫັນໃນ Fox Business, ທ່ານ Jamieson Greer, ຜູ້ຕາງໜ້າການຄ້າ ອາເມລິກາ ໃຫ້ຮູ້ວ່າ ອັດຕາພາສີ 10% ທີ່ພວມມີບັງຄັບໃຊ້ຈະໄດ້ດັດປັບເພີ່ມຂຶ້ນ “ໃນກໍລະນີທີ່ເໝາະສົມ”, ແລະ ເລື່ອງຍົກອັດຕາພາສີຂຶ້ນເປັນ 15% ຈະເໝາະສົມກັບບັນດາພາສີຕ່າງໆທີ່ໄດ້ຈັດວາງກ່ອນນີ້. ທ່ານກໍ່ໃຫ້ຮູ້ວ່າ ທຳນຽບຂາວໄດ້ກະກຽມຖະແຫຼງການເປັນທາງການກ່ຽວຂ້ອງເຖິງການຍົກອັດຕາພາສີຊົ່ວຄາວນີ້. ເຖິງຢ່າງໃດກໍ່ຕາມ, ທ່ານໄດ້ເນັ້ນໜັກວ່າ ປະຈຸບັນ ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ມີແນວຄິດເພີ່ມອັດຕາພາສີສຳລັບສິນຄ້າຂອງ ຈີນ ລື່ນກາຍອັດຕາທີ່ປະກາດໃຊ້ໃນປະຈຸບັນ.

(ແຫຼ່ງຄັດຈາກ VOV)

ສະຫະປະຊາຊາດ ກ່າວເຕືອນວິກິດການມະນຸດສະທຳນັບມື້ນັບຮ້າຍແຮງຢູ່ ໂຊມາລີ ຍ້ອນໄພແຫ້ງແລ້ງ

ສະຫະປະຊາຊາດ ກ່າວເຕືອນວິກິດການມະນຸດສະທຳນັບມື້ນັບຮ້າຍແຮງຢູ່ ໂຊມາລີ ຍ້ອນໄພແຫ້ງແລ້ງ

ມີປະມານ 1/3 ຈຳນວນປະຊາກອນຂອງ ໂຊມາລີ, ເທົ່າກັບ 6,5 ລ້ານຄົນ, ຈະຖືກຕົກໃນສະພາບວິກິດການອຶດຫິວ ຫຼື ຮ້າຍແຮງກວ່າໃນເດືອນ ມີນາ

Top