ຂ່າວສານ ລະດູບານບານໃໝ່ປີມະເມຍ 2026: ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ຍົກສູງບົດບາດຂອງວົງຄະນະຍາດຊາວຫວຽດນາມ ອາໄສຢູ່ ອົດສະຕາລີ 27/02/2026 ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ເນັ້ນໜັກວ່າການປະກອບສ່ວນຂອງຊາວຫວຽດນາມຢູ່ອົດສະຕາລີ ກ່ວາ 320.000 ຄົນໃນໄລຍະເວລາກວ່າ 50 ປີຜ່ານມາ ຄືພາກສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ໃນຜົນສຳເລັດຂອງປະເທດອົດສະຕາລີ. ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ (ພາບ: TTXVN) ຂໍ້ມູນຈາກເວັບໄຊ Sbs.com.au ໃນວັນທີ 25 ກຸມພາ ໃຫ້ຮູ້ວ່າ ຢູ່ງານຕະຫຼາດນັດບຸນເຕັດ 2026 ທີ່ໄດ້ຈັດຂຶ້ນຢູ່ Fairfield Showground ສະຖານທີ່ສາທາລະນະ ຂຶ້ນກັບເຂດ Greater West ຂອງນະຄອນ Sydney, ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ເປັນຄັ້ງທຳອິດໄດ້ເຂົ້າຮ່ວມວັນບຸນ ແລະ ສົ່ງຄຳອວຍພອນປີໃໝ່ ໄປຍັງວົງຄະນະຍາດຊາວຫວຽດນາມ. ທ່ານນາງເນັ້ນໜັກວ່າການປະກອບສ່ວນຂອງຊາວຫວຽດນາມຢູ່ອົດສະຕາລີ ກ່ວາ 320.000 ຄົນໃນໄລຍະເວລາກວ່າ 50 ປີຜ່ານມາ ຄືພາກສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ໃນຜົນສຳເລັດຂອງປະເທດອົດສະຕາລີ. ຕາມທ່ານນາງແລ້ວ, ບັນດາວັນບຸນຄື ບຸນເຕັດ ບໍ່ພຽງແຕ່ຮັກສາວັດທະນະທຳເທົ່ານັ້ນ ຫາກຍັງ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ຄວາມເຂົ້າໃຈ ແລະ ກຳລັງແຮງຂອງສັງຄົມທີ່ມີວັດທະນະທຳຫຼາກຫຼາຍ ຂອງອົດສະຕາລີອີກດ້ວຍ. ຕາມທ່ານນາງ Sam Mostyn ແລ້ວ, ຄວາມຫຼາກຫຼາຍແມ່ນກຳລັງແຮງທີ່ຍິ່ງໃຫຍ່ທີ່ສຸດຂອງ ອົດສະຕາລີ. ດັ່ງນັ້ນ, ທ່ານນາງ ເນັ້ນໜັກເຖິງການແບ່ງປັນວັດທະນະທຳໄດ້ຊ່ວຍໃຫ້ບັນດາຄົນບໍ່ແມ່ນເຊື້ອຊາດຫວຽດ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳ, ຄວາມອົບອຸ່ນ ແລະ ຈິດໃຈວົງຄະນະຍາດຂອງຊາວຫວຽດນາມ.

ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ເນັ້ນໜັກວ່າການປະກອບສ່ວນຂອງຊາວຫວຽດນາມຢູ່ອົດສະຕາລີ ກ່ວາ 320.000 ຄົນໃນໄລຍະເວລາກວ່າ 50 ປີຜ່ານມາ ຄືພາກສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ໃນຜົນສຳເລັດຂອງປະເທດອົດສະຕາລີ. ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ (ພາບ: TTXVN) ຂໍ້ມູນຈາກເວັບໄຊ Sbs.com.au ໃນວັນທີ 25 ກຸມພາ ໃຫ້ຮູ້ວ່າ ຢູ່ງານຕະຫຼາດນັດບຸນເຕັດ 2026 ທີ່ໄດ້ຈັດຂຶ້ນຢູ່ Fairfield Showground ສະຖານທີ່ສາທາລະນະ ຂຶ້ນກັບເຂດ Greater West ຂອງນະຄອນ Sydney, ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ເປັນຄັ້ງທຳອິດໄດ້ເຂົ້າຮ່ວມວັນບຸນ ແລະ ສົ່ງຄຳອວຍພອນປີໃໝ່ ໄປຍັງວົງຄະນະຍາດຊາວຫວຽດນາມ. ທ່ານນາງເນັ້ນໜັກວ່າການປະກອບສ່ວນຂອງຊາວຫວຽດນາມຢູ່ອົດສະຕາລີ ກ່ວາ 320.000 ຄົນໃນໄລຍະເວລາກວ່າ 50 ປີຜ່ານມາ ຄືພາກສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ໃນຜົນສຳເລັດຂອງປະເທດອົດສະຕາລີ. ຕາມທ່ານນາງແລ້ວ, ບັນດາວັນບຸນຄື ບຸນເຕັດ ບໍ່ພຽງແຕ່ຮັກສາວັດທະນະທຳເທົ່ານັ້ນ ຫາກຍັງ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ຄວາມເຂົ້າໃຈ ແລະ ກຳລັງແຮງຂອງສັງຄົມທີ່ມີວັດທະນະທຳຫຼາກຫຼາຍ ຂອງອົດສະຕາລີອີກດ້ວຍ. ຕາມທ່ານນາງ Sam Mostyn ແລ້ວ, ຄວາມຫຼາກຫຼາຍແມ່ນກຳລັງແຮງທີ່ຍິ່ງໃຫຍ່ທີ່ສຸດຂອງ ອົດສະຕາລີ. ດັ່ງນັ້ນ, ທ່ານນາງ ເນັ້ນໜັກເຖິງການແບ່ງປັນວັດທະນະທຳໄດ້ຊ່ວຍໃຫ້ບັນດາຄົນບໍ່ແມ່ນເຊື້ອຊາດຫວຽດ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳ, ຄວາມອົບອຸ່ນ ແລະ ຈິດໃຈວົງຄະນະຍາດຂອງຊາວຫວຽດນາມ.