ຂ່າວສານ
ງານຕະຫຼາດນັດລະດູບານໃໝ່ 2026 ດຳເນີນຢ່າງຟົດຟື້ນດ້ວຍບັນດາລາຍການສະແດງສິລະປະຮັບໃຊ້ປະຊາຊົນ
ໃນໄລຍະດຳເນີນງານຕະຫຼາດນັດ, ເລີ່ມແຕ່ວັນທີ 03 ກຸມພາ, ແຕ່ລະມື້ຈະຈັດ 3 ລາຍການສະແດງສິລະປະ. ໜຶ່ງໃນບັນດາຈຸດພົ້ນເດັ່ນທີ່ໄດ້ຮັບຄວາມສົນໃຈຈາກຜູ້ຊົມເປັນຈຳນວນຫຼວງຫຼາຍແມ່ນລາຍການສະແດງຂັບ ກວານຮໍ້ ບັກນິງ ຂອງບັນດານັກສິລະປະກອນ ດ້ວຍທຳນອງເພງທີ່ນິ້ມນວນອ່ອນຫວານ ໃນບັນຍາກາດທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳເຂດ ທິດເໜືອເມືອງຫຼວງທັງລອງ ໃນເມື່ອກ່ອນ. ທ່ານ ເຢືອງດຶກຖັງ, ຮອງປະທານສະໂມສອນຂັບກວານຫໍ້ ຮວ່າຍຈູງ (ຕາແສງ ຕຽນຢູ, ບັກນິງ), ແບ່ງປັນວ່າ:
“ນັບແຕ່ວັນທີ 2 ຫາວັນທີ 13 ກຸມພາ, ຄະນະມີສະມາຊິກ 12 ຄົນ, ໃນນັ້ນ ມີນັກສິລະປະກອນສະແດງວັດທະນະທຳກວານຫໍ້ 10 ຄົນ. ຄວາມມຸ່ງມາດປາດຖະໜາຂອງພວກຂ້າພະເຈົ້າແມ່ນນຳສຽງຂັບ, ສຽງເພງ, ວັດທະນະທຳກວານຫໍ້ເຖິງໝູ່ມະຫາຊົນເປັນຈຳນວນຫຼວງຫຼາຍ”.
ໄປຄຽງຄູ່ກັບການຂັບກວານຫໍ້, ຍັງມີຫຼາຍຮູບແບບສິລະປະພື້ນເມືອງ ແລະ ທັນສະໄໝອື່ນໆກໍໄດ້ຮັບການສະແດງ, ປະກອບສ່ວນສ້າງບັນຍາກາດທີ່ເບີກບານມ່ວນຊື່ນໃຫ້ແກ່ງານຕະຫຼາດນັດ, ເຊີດຊູຄຸນຄ່າວັດທະນະທຳຂອງຊາດ ຫວຽດນາມ ແລະ ຮັບໃຊ້ຄວາມຕ້ອງການຊົມໃຊ້ສິລະປະຂອງປະຊາຊົນໃນຊຸມວັນຕົ້ນລະດູບານໃໝ່.







