• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2026

ຕອນເຊົ້າວັນທີ 29 ເມສາ, ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມສົ່ງເສີມງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ປີ 2026.
  ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງປະຊຸມ (ພາບ: QDND)  

ຕອນ​ເຊົ້າ​ວັນ​ທີ 29 ເມ​ສາ, ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ຈັດ​ກອງ​ປ​ະ​ຊຸມ​ສົ່ງ​ເສີມ​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ ປີ 2026.

ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊ​າດ​ສາ​ກົນ ຫວຽດ​ນາມ ປີ 2026 ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ ມີ​ຫົວ​ຂໍ້ “ສັນ​ຕິ​ພາບ, ມິດ​ຕະ​ພາບ, ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ” ຈະ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 10 – 13 ທັນ​ວາ 2026 ຢູ່​ສະ​ໜາມ​ບິນ ຢາ​ເລິມ, ຮ່າ​ໂນ້ຍ ດ້ວຍ​ເນື້ອ​ທີ່​ເກືອບ 150.000 ຕາ​ແມັດ ແລະ ມີ​ການ​ເຄື່ອນ​ໄຫວຢ່າງຫຼາກຫຼາຍ​. ບັນ​ດາ​ຮ້ານ​ວາງ​ສະ​ແດງ, ແນະນຳ​ຜະ​ລິດ​ຕະ​ພັນປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ບັນ​ດາ​ບໍ​ລິ​ສັດອຸດສາຫະກຳ​ປ້ອງ​ກັນ​ຊາດ, ໃນ​ນັ້ນ​ມີ​ຫຼາຍ​ຜະ​ລິດ​ຕະ​ພັນ​ໃໝ່, ທັນ​ສະ​ໄໝ, ໂດຍ​ອຸດ​ສາ​ຫະ​ກຳ​ປ້ອ​ງ​ກັນ​ຊາດ ຫວຽດ​ນາມ ຄົ້ນ​ຄວ້າ, ຜະ​ລິດ. ທ່ານ​ພົນ​ໂທ ຟຸ່ງ​ຊີ້​ເຕິນ, ຮອງ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຈັດ​​ງານວາງ​ສະ​ແດງ, ໃຫ້​ຮູ້​ວ່າ:

“ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ພັດ​ທະ​ນາ​ດ້ານຂອບ​ຂະ​ໜາດ​ຮ້ານ​ວາງ​ສະ​ແດງ​ຢ່າງ​ແຮງ, ດຶງ​ດູດ​ຫຼາຍ​ຄູ່​ຮ​່ວມ​ມື​ຢ​ູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ພິ​ເສດ​ແມ່ນ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ປ້ອງ​ກັນ​ຊາດ​ປ້ອ​ງ​ກັນ​ຄວາມ​ສະ​ຫງົບ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ໂລກ, ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດຂອງ ຫວຽດ​ນາມ. ງານ​ວາງ​ສະ​ແດງບໍ່​ພຽງ​ແຕ່​ແມ່ນ​ແຫ່ງ​ແນະນຳອ​າ​ວຸດ, ອຸ​ປະ​ກອນ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ເຊື່ອມ​ຕໍ່​ບັນ​ດາ​ແຫຼ່ງ​ກຳ​ລັງ ເພື່ອ​ປະ​ຕິ​ບັດ​ການ​ຫັນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ​ພັກ​ກ່ຽວ​ກັບ​ການ​ສ້າງ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ທີ່​ເປັນ​ເຈົ້າ​ການ, ເປັນ​ເຈົ້າ​ຕົນ​ເອງ, ເຂັ້ມ​ແຂງ​ດ້ວຍ​ຕົ​ນ​ເອງ, ທັນ​ສະ​ໄໝ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງອີກ​ດ້ວຍ”.

ຄະ​ນະ​ຈ​ັດ​ງານ​ວາງ​ສະ​ແດງ​ໃຫ້​ຮູ້​ວ່າ ບັນ​ດາ​ຜະ​ລິດ​ຕະ​ພັນທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ຈະ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງສານ​ປ້ອງ​ກັນ​ຊາດ​ຂອງ ຫວຽດ​ນາມ ແມ່ນ​ສັນ​ຕິ​ພາບ, ປ້ອງ​ກັນ​ຕົວ, ບໍ່​ແນ​ໃສ່​ນາບ​ຂູ່, ບໍ່​ຊ່ວງ​ເສັງ​ອາ​ວຸດ, ຫາກ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ປົ​ກ​ປ້ອງ​ປະ​ຊາ​ຊົນ ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ກຳນົດຄືນໃໝ່ຂົງເຂດພັດທະນາ ກວາງຈິ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ກຳນົດຄືນໃໝ່ຂົງເຂດພັດທະນາ ກວາງຈິ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີວ່າ ໃນໄລຍະຈະມາເຖິງ ກວາງຈິ ຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ໃຫ້ເປັນຢ່າງດີ, ໃນນັ້ນກຳນົດຂົງເຂດພັດທະນາຂອງແຂວງຄືນໃໝ່

Top