• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງຕໍ່ກ່ຳປັ່ນ Vietship 2018 ດຶງດູດວິສາຫະກິດຫຼາຍແຫ່ງເຂົ້າຮ່ວມ

      “ງານວາງສະແດງສາກົນຄັ້ງທີ 9 ກ່ຽວກັບເຕັກໂນໂລຊີຕໍ່ກ່ຳປັ່ນ, ການເດີນເຮືອ ແລະ ກິດຈະກຳທະເລ” – Vietship 2018 ຈະດຳເນີນໃນລະຫວ່າງວັນທີ 24 – 26 ມັງກອນ ຢູ່ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ.

ການປະຊຸມຂ່າວງານວາງສະແດງຕໍ່ກ່ຳປັ່ນ Vietship 2018
(ພາບ: baogiaothong.vn)
      Vietship 2018 ແມ່ນງານວາງສະແດງສະເພາະຂະແໜງຕໍ່ກ່ຳປັ່ນ, ການເດີນເຮືອ ແລະ ກິດຈະກຳທະເລທີ່ມີຂອບຂະໜາດໃຫຍ່ສຸດຢູ່ຫວຽດນາມ. ເຂົ້າຮ່ວມງານວາງສະແດງຄັ້ງນີ້ມີ 97 ບໍລິສັດທີ່ມາຈາກ 13 ປະເທດ; ໃນນັ້ນຫວຽດນາມ ມີ 59 ບໍລິສັດ ແລະ ມີ 38 ບໍລິສັດຕ່າງປະເທດ ດ້ວຍຮ້ານວາງສະແດງ 163 ຮ້ານ.
        ບັນດາຂົງເຂດທີ່ໄດ້ວາງສະແດງລວມມີ: ເຕັກໂນໂລຊີຕໍ່ກ່ຳປັ່ນ ແລະ ສ້ອມແປງກ່ຳປັ່ນ; ອຸປະກອນ ແລະ ວັດຖຸອຸປະກອນຮັບໃຊ້ການຕໍ່ກ່ຳປັ່ນ; ເຄື່ອງອຸປະກອນໃນໂຮງງານຕໍ່ກ່ຳປັ່ນ… ບັນດາການເຄື່ອນໄຫວໃນຂອບເຂດງານວາງສະແດງລວມມີ: ກວດມອບລາງວັນຜະລິດຕະພັນເຕັກໂນໂລຊີ ແລະ ການບໍລິການເຂົ້າຮ່ວມງານວາງສະແດງ; ເວທີປາໄສຜູ້ຊື້; ກອງປະຊຸມສຳມະນາສະເພາະຂະແໜງດ້ວຍຫົວຂໍ້ “ຕະຫຼາດຂົນສົ່ງທາງທະເລ ແລະ ຕໍ່ກ່ຳປັ່ນຫວຽດນາມ - ກາລະໂອກາດ ແລະ ສິ່ງທ້າທາຍ” ແລະ ພິທີລົງນາມໃນສັນຍາລະຫວ່າງບັນດາຄູ່ຮ່ວມມື.
ແຫຼ່ງຄັດຈາກ VOV

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດ

Top