• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງດີຈີຕອນ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ”

ຜ່ານງານວາງສະແດງຄັ້ງນີ້ ໄດ້ຍູ້ແຮງວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບທະເລ, ໝູ່ເກາະ, ສົ່ງຂໍ້ມູນຂ່າວເຖິງພະນັກງານ, ຄູອາຈານ ແລະ ນັກຮຽນ
  ງານວາງສະແດງດີຈີຕອນ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ” (ພາບ: TTXVN)  

ຕອນເຊົ້າວັນທີ 27 ຕຸລາ, ຢູ່ໂຮງຮຽນມັດທະຍົມຕອນປາຍ ເມືອງ ບັກບິ່ງ (ແຂວງ ບິ່ງທ້ວນ), ພະແນກຖະແຫຼງຂ່າວ ແລະ ສື່ສານ ໄດ້ສົມທົບກັບພະແນກສຶກສາ ແລະ ບຳລຸງສ້າງແຂວງ ບິ່ງທ້ວນ ຈັດງານວາງສະແດງດີຈີຕອນ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ”. ງານວາງສະແດງແມ່ນການເຄື່ອນໄຫວແທດຈິງເພື່ອໂຄສະນາ, ເຜີຍແຜ່ເອກະສານ, ພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ຜ່ານງານວາງສະແດງຄັ້ງນີ້ ໄດ້ຍູ້ແຮງວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບທະເລ, ໝູ່ເກາະ, ສົ່ງຂໍ້ມູນຂ່າວເຖິງພະນັກງານ, ຄູອາຈານ ແລະ ນັກຮຽນ, ຜ່ານນັ້ນປະກອບສ່ວນຍົກສູງຄວາມຮັບຮູ້, ໜ້າທີ່ຄວາມຮັບຜິດຊອບ ແລະ ການກະທຳຂອງຖັນແຖວພະນັກງານ, ຄູອາຈານ ແລະ ນັກຮຽນທີ່ມີຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top