• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານມະໂຫລານສະແດງສິລະປະເຍົາວະຊົນທາງພາກເໜືອປີ 2018

ຕອນຄ່ຳວັນທີ 14 ກໍລະກົດ, ຢູ່ນະຄອນທ໋າຍງວຽນ, ຄະນະກຳມະການປະຊາຊົນນະຄອນທ໋າຍງວຽນ ໄດ້ຈັດພິທີໄຂງານມະໂຫລານສະແດງສິລະປະເຍົາວະຊົນທາງພາກເໜືອປີ 2018 ດ້ວຍຫົວຂໍ້ວ່າ “ວ່າວແຫ່ງຄວາມໄຝ່ຝັນ” ໂດຍມີການເຂົ້າຮ່ວມຂອງ 34 ແຂວງ, ນະຄອນ ແລະ ເຍົາວະຊົນກວ່າ 1.000 ຄົນ.


ງານມະໂຫລານສະແດງສິລະປະເຍົາວະຊົນທາງພາກເໜືອປີ 2018

(ພາບ: baothainguyen.org.vn)

ງານມະໂຫລານປີນີ້ໄດ້ດຶງດູດການເຂົ້າຮ່ວມຂອງຫຼາຍແຂວງ, ນະຄອນທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ງານມະໂຫລານສະແດງສິລະປະເຍົາວະຊົນແມ່ນໜຶ່ງໃນບັນດາການເຄື່ອນໄຫວປະຈຳປີ ແລະ ແມ່ນວັນບຸນໃຫຍ່ຂອງເຍົາວະຊົນບັນດາແຂວງທາງພາກເໜືອ, ເຊິ່ງແມ່ນບ່ອນເພື່ອໃຫ້ພວກນ້ອງສະແດງຄວາມສາມາດຂອງຕົນໃນຂົງເຂດສິລະປະ, ພ້ອມທັງເຊີດຊູ, ຍ້ອງຍໍ ແລະ ສົ່ງເສີມພອນສະຫວັນໃນດ້ານສິລະປະຂອງບັນດາພວກເດັກເຍົາວະຊົນ. ງານມະໂຫລານດັ່ງກ່າວຖືກດຳເນີນໃນແຕ່ວັນທີ 14 – 15 ກໍລະກົດ.

(ແຫຼ່ງຄັດຈາກ VOV)


ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top