• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານພົບປະແລກປ່ຽນວັດທະນະທຳນັກສຶກສາ ຫວຽດນາມ - ລາວ

ລາຍການໄດ້ສ້າງເງື່ອນໄຂ ແລະ ໂອກາດເພື່ອໃຫ້ນັກສຶກສາ 2 ປະເທດມີຄວາມສະໜິດຕິດພັນ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າ ກ່ຽວກັບຄຸນຄ່າວັດທະນະທຳອັນດີງາມຂອງແຕ່ລະປະເທດ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 410 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 21 ສະບັບຈາກທ່ານຜູ້ຟັງລາວ.

(ພາບປະກອບ: mitc.edu.vn)

ເພື່ອນ ນິລະພອນ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການ, ຊື່ງມີຕອນຂຽນວ່າ: “ຂ້າພະເຈົ້າໄດ້ຮູ້ຂ່າວວ່າ ວັນທີ 22 ທັນວາ ແຕ່ລະປີ ແມ່ນວັນພິເສດຂອງຊາດ ຫວຽດນາມ, ແມ່ນວັນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ. ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ ທຸກຄົນ ຫວນຄືນໄລຍະອັນສະຫງ່າລາສີຂອງກຳລັງກອງທັບ, ນັບແຕ່ວັນສ້າງຕັ້ງທີ່ປະສົບກັບຄວາມຫຍຸ້ງຍາກ ຈົນມາຮອດປະຈຸບັນ. ວັນທີ 22 ທັນວາ ບໍ່ພຽງແຕ່ມີຄວາມໝາຍປະຫວັດສາດຢ່າງເລິກເຊິ່ງເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອເຊີດຊູບັນດາການເສຍສະຫຼະຊີວິດ, ການອຸທິດສ່ວນຂອງບັນດານັກຮົບໃນພາລະກິດປົກປັກຮັກສາປະເທດຊາດອີກດ້ວຍ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າເອງກໍ່ຂໍອວຍພອນໃຫ້ກອງທັບປະຊາຊົນ ຫວຽດນາມ ເວົ້າສະເພາະ ແລະ ກອງທັບ 2 ປະເທດ ລາວ - ຫວຽດນາມ ເວົ້າລວມ, ນັບມື້ນັບໝັ້ນຄົງເຂັ້ມແຂງ, ຮຽງບ່າຮຽງໄຫຼ່ເພື່ອຫັນເປັນທັນສະໄໝ, ກຽມພ້ອມປະຕິບັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ”.

ເພື່ອນ ບຸນທະວີ ອິນທະວົງ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ໂທລະສັບມາຫາລາຍການ, ໂດຍແບ່ງປັນວ່າ: “ຫວ່າງມໍ່ໆມານີ້, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ - ລາວ 2025. ເຫດການນີ້ແມ່ນລາຍການເຮັດວຽກທີ່ມີລັກສະນະຍຸດທະສາດສຳຄັນ, ພິເສດໃນສະພາບທີ່ 2 ປະເທດ ພວມມານະພະຍາຍາມຊຸກຍູ້ການຮ່ວມມືຢ່າງຮອບດ້ານ, ຜັນຂະຫຍາຍເປົ້າໝາຍຕິດພັນຍຸດທະສາດລະຫວ່າງ 2 ພັກ, 2 ລັດ. ກອງປະຊຸມແມ່ນເພື່ອແນໃສ່ຊຸກຍູ້ການພັດທະນາການບໍລິການທ່ອງທ່ຽວ ແລະ ລົງທຶນ 2 ສົ້ນ, ບໍ່ພຽງແຕ່ເປີດກວ້າງຕະຫຼາດແຂກທ່ອງທ່ຽວ ລາວ ມາຢ້ຽມຢາມ ຫວຽດນາມ ເທົ່ານັ້ນ, ຫາກຍັງສ້າງບັນດາສາຍທ່ອງທ່ຽວລະຫວ່າງຊາດທີ່ມີຄຸນນະພາບສູງ ແລະ ສ້າງບັນດາຜະລິດຕະພັນທ່ອງທ່ຽວໃໝ່ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດອີກດ້ວຍ”.

ລາຍການສະແດງສິລະປະທີ່ງານພົບປະແລກປ່ຽນ (ພາບ: nhandan.vn)

ເພື່ອນ ນາດຕະມອນ ພັນທຸວົງອະດີດນັກສຶກສາສະຖາບັນການຕ່າງປະເທດ ຫວຽດນາມປະຈຸບັນພວມດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ໄດ້ໂທລະສັບມາຫາລາຍການຢາກຮູ້ບັນດາການເຄື່ອໄຫວທີ່ຈັດຂຶ້ນໃນງານພົບປະແລກປ່ຽນວັດທະນະທຳນັກສຶກສາ ຫວຽດນາມ - ລາວ ຢູ່ສະຖາບັນໃນອາທິດຜ່ານມາ. ເພື່ອນແບ່ງປັນວ່າ: ເຖິງວ່າໄດ້ຮຽນຈົບແລ້ວກໍ່ຕາມແຕ່ຍາມໃດກໍ່ມີຄວາມສົນໃຈເຖິງບັນດາການເຄື່ອນໄຫຂອງໂຮງຮຽນໂດຍສະເພາະແມ່ນການເຄື່ອໄຫວພົບປະແລກປ່ຽນລະຫວ່າງນັກສຶກສາ ລາວ ແລະ  ຫວຽດນາມ.

ເພື່ອນ ນາດຕະມອນ ພັນທຸວົງ ທີ່ຮັກແພງ, ໃນທ້າຍອາທິດຜ່ານມາ ພະແນກສື່ສານ ແລະ ວັດທະນະທຳການຕ່າງປະເທດ ແລະ ຄະນະນັກສຶກສາ ລາວ ຢູ່ສະຖາບັນການຕ່າງປະເທດ ສົມທົບກັບຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ-ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດງານພົບປະແລກປ່ຽນວັດທະນະທຳນັກສຶກສາ ຫວຽດນາມ - ລາວ, ງານນີ້ແມ່ນເພື່ອປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ເພີ່ມພູມຄູນສ້າງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງລຸ້ນໜຸ່ມ 2 ປະເທດ. ແບ່ງປັນທີ່ເຫດການ, ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ລາຍການໄດ້ສ້າງເງື່ອນໄຂ ແລະ ໂອກາດເພື່ອໃຫ້ນັກສຶກສາ 2 ປະເທດມີຄວາມສະໜິດຕິດພັນ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າ ກ່ຽວກັບຄຸນຄ່າວັດທະນະທຳອັນດີງາມຂອງແຕ່ລະປະເທດ; ພ້ອມກັນນັ້ນ ກໍ່ຊອກຮູ້ກ່ຽວກັບປະຫວັດສາດການພົວພັນມິດຕະພາບອັນຍາວນານ, ຜ່ານນັ້ນ, ກໍ່ສືບຕໍໍໍ່ຊຸກຍູ້ ແລະ ເພີ່ມທະວີການພົວພັນ 2 ຝ່າຍໃຫ້ນັບມື້ນັບໜັກແໜ້ນກວ່າເກົ່າ.

        ໃນວັນນີ້ໄດ້ຈັດການເຄື່ອນໄຫວທີ່ອຸດົມສົມບຸນຫຼາຍຢ່າງ ຄື: ງານວາງສະແດງ “ສີສັນນັກສຶກສາ ຫວຽດນາມ - ລາວ”, ວາງສະແດງບັນດາຈຸດເວລາທີ່ມີຄວາມໝາຍກ່ຽວກັບນ້ຳໃຈມິດຕະພາບລະຫວ່າງນັກສຶກສາ 2 ປະເທດ; ລາຍການສະແດງສິລະປະ ແລະ ຊຸດອາພອນປະຈຳເຜົ່າ ຫວຽດນາມ - ລາວ; ບັນດາການເຄື່ອນໄຫວລົງຕົວຈິງດ້ານວັດທະນະທຳອາຫານການກິນ, ເຄື່ອງສິລະປະຫັດຖະກຳ ພ້ອມກັບບັນດາການລະຫຼີ້ິ້ນພື້ນເມືອງທີ່ເປັນເອກະລັກສະເພາະຂອງ 2 ປະເທດ.

ເພື່ອນ ນາດຕະມອນ ພັນທຸວົງ ທີ່ຮັກແພງ, ວັນທີ 21 ທັນວາ ຈະມາເຖິງນີ້, ໃນລາຍການຊາຍຄາອາຊຽນ, ພວກເຮົາຈະແນະນຳບົດຂຽນກ່ຽວກັບເຫດການນີ້ໂດຍມີຫົວຂໍ້ວ່າ “ນັກສຶກສາການຕ່າງປະເທດ ຫວຽດນາມ - ລາວ ຈັດງານແລກປ່ຽນວັດທະນະທຳດ້ວຍໄມຕີຈິດມິດຕະພາບອັນດູດດື່ມຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ”, ເຊີນເພື່ອນ ແລະ ທ່ານຜູ້ຟັງຕິດຕາມຮັບຟັງ.

ທີ່ພິທີລົງນາມໃນຂໍ້ຕົກລົງ (ພາບ: tienphong.vn)

ເພື່ອ ນ ບຸນ ທັດຢູ່ ແຂວງ ບໍ ລິ ຄຳ ໄຊ ໄດ້ ສົ່ງ ອີ ເມວ ມາ ຫາ ລາຍ ການ ຢາກ ຮູ້ ຂໍ້ ມູນ ກ່ຽວ ກັບ ການ ຮ່ວມ ມື ຂົນ ສົ່ງ ຂອງ ແຊັ  SM ລາວ. ມີ ບັນ ດາ ຮູບ ແບບ ຂົນ ສົ່ງ ໃດ ທີ່ ຈະ ໄດ້ ຮັບ ການ ຜັນ ຂະ ຫຍາຍ ຢູ່ ລາວ ໃນ ໄລ ຍະ ຈະ ມາ ເຖິງ?

ເພື່ອນ ບຸນທັດ ທີ່ຮັກແພງ, ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງກ່ຽວກັບບັນດາຮູບແບບຂົນສົ່ງປອດໄພ, ເປັນມິດກັບສິ່ງແວດລ້ອມໃນປະຊາຄົມວິສາຫະກິດທີ່ພວມເຄື່ອນໄຫວຢູ່ ລາວ, ແຊັງ SM ລາວ ໄດ້ລົງນາມໃນຂໍ້ຕົກລົງຍຸດທະສາດກັບສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ລາວ (AVILA). ຕາມຂໍ້ຕົກລົງແລ້ວ, ແຊັງ SM ລາວ ຈະສະໜອງບັນດາການບໍລິການຂົນສົ່ງດ້ວຍລົດໄຟຟ້າ, ລວມມີ: ແຊັງ SM ລາວ ແທັກຊີ, ການບໍລິການຮັບ - ສົ່ງຢູ່ສະໜາມບິນ ແຊັງ SM Airport ແລະ ບັນດາການບໍລິການການໄປມາໃນເຫດການຕ່າງໆ ຫຼື ຮັບໃຊ້ຕາມຄວາມຕ້ອງການຕົວຈິງ. ທີ່ເຫດການ, ທ່ານ ຫງວຽນຊວັນຮ່າ, ປະທານ AVILA ນະຄອນຫຼວງ ວຽງຈັນ, ເນັ້ນໜັກວ່າ: ການ ຮ່ວມ ມື ກັບ ແຊັ  SM ໄດ້ ຊ່ວຍ ໃຫ້ ບັນ ດາ ວິ ສາ ຫະ ກິດທີ່ ພວມ ເຄື່ອນ ໄຫວ ຢູ່  ລາວ ມີ ທາງ ເລືອກ ທີ່ ສອ  ຄ່ອງ ກັບ ການ ກຳ ນົດ ທິດ ການ ພັດ ທະ ນາ ສີ ຂຽວ ຕື່ມ ອີກ. ພວກ ຂ້າ ພະ ເຈົ້າ ເຊື່ອ ໝັ້ນ ວ່າ  ບັນ ດາ ການ ບໍ ລິ ການ ຂົນ ສົ່ງ ດ້ວຍ ລົດ ໄຟ ຟ້ານັ້ນ ຈະ ນຳ ມາ ເຊິ່  ຄຸນ ຄ່າ ທີ່ ແທ  ຈິງ ຫຼາຍ ຢ່າງ ໃຫ້ ແກ່ ວິ ສາ ຫະ ກິດ ໃນ ໄລ ຍະ ຈະ ມາ ເຖິງ.

ຂໍ້ຕົກລົງນີ້ໄດ້ລົງນາມກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສະຖາປະນາປະເທດ ສປປ.ລາວ, ຝາກຄຳເຊື່ອໝັ້ນຕໍ່ອະນາຄົດທີ່ຈະເປັນເຂດຕົວເມືອງອັດສະລິຍະ, ທັນສະໄໝ ແລະ ຍືນຍົງກວ່າ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ຮ່າງກົດໝາຍຍັງໄດ້ຮັບຖືວ່າແມ່ນ ກົດໝາຍມອບສິດດ້ານປ້ອງກັນຊາດ ປີການເງິນ 2026 (NDAA), ແມ່ນໝາກຜົນຂອງການປຶກສາຫາລືລະຫວ່າງບັນດາສະບັບຕ່າງໆໂດຍສະພາຕ່ຳ ແລະ ສະພາສູງຮັບຮອງເອົາກ່ອນນັ້ນ.

Top