
ຮ້ານວາງສະແດງຂອງ ຫວຽດນາມ (ພາບ: TTXVN)
ເຂົ້າຮ່ວມເຫດການນີ້, ບັນດາປະເທດສະມາຊິກ ອາຊຽນ ຄື: ລາວ, ກຳປູເຈຍ, ຫວຽດນາມ, ໄທ, ອິນໂດເນເຊຍ, ມາເລເຊຍ, ບຣຸໄນ, ສິງກະໂປ, ມຽນມາ ແລະ ຟີລິບປິນ ໄດ້ແນະນຳບັນດາເຍື່ອງອາຫານພື້ນເມືອງຂອງປະເທດຕົນ.
ງານບຸນອາຫານການກິນ ອາຊຽນ ແມ່ນເຫດການວັດທະນະທຳໂດຍສູນ ອາຊຽນ - ສ.ເກົາຫຼີ ຈັດຕັ້ງປະຈຳປີນັບແຕ່ປີ 2016 ແນໃສ່ຊ່ວຍໃຫ້ປະຊາຊົນປະເທດນີ້ ມີໂອກາດຊອກຮູ້ກ່ຽວກັບວັດທະນະທຳອາຫານການກິນກໍ່ຄືສີລະປະການປຸງແຕ່ງອາຫານຂອງບັນດາປະເທດ ອາຊຽນ ຢ່າງເລິກເຊິ່ງກ່ວາ, ເຊິ່ງແມ່ນຈຸດສຸມຂອງນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງອຳນາດການປົກຄອງ ສ.ເກົາຫຼີ ໃນປັດຈຸບັນ.
(ແຫຼ່ງຄັດຈາກ VOV)