• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນຊຸດເສື້ອຍາວທ່ອງທ່ຽວ 2025 - ແຜ່ກະຈາຍສິ່ງຍອດຍິ່ງຂອງມໍລະດົກ

ປີນີ້, ມີເກືອບ 80 ຮ້ານວາງສະແດງຂອງບັນດານັກອອກແບບ, ເຄື່ອງໝາຍການຄ້າດ້ານແຟຊັນ, ໝູ່ບ້ານອາຊີບເຂົ້າຮ່ວມ. ງານບຸນໄດ້ດຶງດູດແຂກມາຢ້ຽມຊົມນັບພັນເທື່ອຄົນ.
(ເຫດການປະກອບສ່ວນເຊີດຊູຄວາມງາມຂອງຊຸດເສື້ອຍາວ ຫວຽດນາມ ໃນຊີວິດປະຈຸບັນ)

ຕອນຄ່ຳວັນທີ 09 ພະຈິກ, ຢູ່ ຮ່າໂນ້ຍ, ພະແນກທ່ອງທ່ຽວ ຮ່າໂນ້ຍ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງ ຈັດພິທີປິດງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ ປີ 2025 ດ້ວຍຫົວຂໍ້ “ເສື້ອຍາວ ຮ່າໂນ້ຍ - ແຜ່ກະຈາຍສິ່ງຍອດຍິ່ງຂອງມໍລະດົກ". ເຫດການໄດ້ອັດລົງພາຍຫຼັງຈັດຂຶ້ນເປັນເວລາ 4 ວັນ (ແຕ່ວັນທີ 06 – 09 ພະຈິກ) ທ່ີເຕັມໄປດ້ວຍສີສັນ, ປະກອບສ່ວນເຊີດຊູຄວາມງາມຂອງຊຸດເສື້ອຍາວ ຫວຽດນາມ ໃນຊີວິດປະຈຸບັນ ແລະ ໂຄສະນາພາບພົດຂອງ ຮ່າໂນ້ຍ - ນະຄອນແຫ່ງອະລິຍະທຳ, ປະດິດຄິດສ້າງເຖິງເພື່ອນມິດຢູ່ທັງພາຍໃນ ແລະ ຕ່າງປະເທດ.

        ງານບຸນດັ່ງກ່າວແມ່ນການເຄື່ອນໄຫວວັດທະນະທຳ - ທ່ອງທ່ຽວປະຈຳປີ ໂດຍພະແນກທ່ອງທ່ຽວ ຮ່າໂນ້ຍ ຈັດຂຶ້ໜ, ນອນໃນບັນດາເຫດການຕອບສະໜອງ Festival ທັງລອງ - ຮ່າໂນ້ຍ. ປີນີ້, ມີເກືອບ 80 ຮ້ານວາງສະແດງຂອງບັນດານັກອອກແບບ, ເຄື່ອງໝາຍການຄ້າດ້ານແຟຊັນ, ໝູ່ບ້ານອາຊີບເຂົ້າຮ່ວມ. ງານບຸນໄດ້ດຶງດູດແຂກມາຢ້ຽມຊົມນັບພັນເທື່ອຄົນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top