• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຂະ​ແໜງ​ການ​ທູດ​ຍົກ​ລະ​ດັບ​ການຕ່າງ​ປະ​ເທດຫຼາຍ​ຝ່າຍ​ຂອງ ຫວຽດ​ນາມ

ຕອນເຊົ້າວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະທານສະພາແຂ່ງຂັນ - ຍ້ອງຍໍມອບລາງວັນສູນກາງ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ແຂ່ງຂັນຮັກຊາດ ກະຊວງການຕ່າງປະເທດ ອາຍຸການ 2025 – 2030.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່

ຢູ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຂະແໜງການທູດ ສືບຕໍ່ເສີມຂະຫຍາຍບົດບາດນຳໜ້າ, ປ່ຽນແປງໃໝ່ຈິນຕະນາການ ແລະ ວິທີການຜັນຂະຫຍາຍວຽກງານການຕ່າງປະເທດໃນທູກຂົງເຂດ, ສ້າງພື້ນຖານການທູດຮອບດ້ານ, ທັນສະໄໝ, ເຂັ້ມຂຸ້ນໄປດ້ວຍສີສັນການທູດ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັ້ກວ່າ:

ຕ້ອງປະຕິບັດບົດບາດເຊື່ອມຕໍ່ໃຫ້ດີກ່ວາອີກ: ເພີ່ມທະວີການຕ່າງປະເທດສອງຝ່າຍ ເພື່ອເຊື່ອມຕໍ່ພາຍໃນປະເທດ ກັບສາກົນ; ເຊື່ອມຕໍ່ເສດຖະກິດ, ເຊື່ອມຕໍ່ວັດນະທຳ, ເຊື່ອມຕໍ່ດີຈີຕອນ, ເຕັກໂນໂລຢີ, ເຊື່ອມຕໍ່ມະນຸດ… ປະຕິບັດພາລະກຳສາກົນໃຫ້ດີກ່ວາເກົ່າ, ຍົກລະດັບການຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ, ສືບຕໍ່ເສີມຂະຫຍາຍບົດບາດ, ຖານະຕຳແໜ່ງຂອງປະເທດຊາດໃນຄວາມເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການກຳນົດທິດ ແລະ ປັບປຸງການຄຸ້ມຄອງທົ່ວໂລກ, ເປັນຕົ້ນແມ່ນຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍໃນພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ສູ້ຊົນກໍ່ສ້າງສຳເລັດເສັ້ນທາງຄວາມໄວສູງ ຕວຽນກວາງ - ຮ່າຢາງ ໃນປີ 2025

ສູ້ຊົນກໍ່ສ້າງສຳເລັດເສັ້ນທາງຄວາມໄວສູງ ຕວຽນກວາງ - ຮ່າຢາງ ໃນປີ 2025

ທ່ານກໍ່ຮຽກຮ້ອງໃຫ້ແຂວງ ຕວຽນກວາງ ສືບຕໍ່ຊີ້ນຳຢ່າງໃກ້ຊິດ, ແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ, ສູ້ຊົນກໍ່ສ້າງສຳເລັດ ແລະ ທະລຸເສັ້ນທາງໃນປີ 2025.

Top