ສະພາແຫ່ງຊາດຕົກລົງເລືອກຕັ້ງທ່ານ ຫງວຽນວັນກວາງ ດຳລົງຕຳແໜ່ງປະທານສານປະຊາຊົນສູງສຸດແຫ່ງ ສສ.ຫວຽດນາມ ອາຍຸການ 2021 – 2026.
ທ່ານປະທານສານປະຊາຊົນສູງສຸດ ຫງວຽນວັນກວາງ ໄດ້ປະຕິບັດພິທີສາບານຕົວຮັບດຳລົງຕຳແໜ່ງ (ພາບ: quochoi.vn)
ຕອນເຊົ້າວັນທີ 10 ພະຈິກ, ດ້ວຍບັດເຫັນດີ 440/441 ບັດຂອງສະມາຊິກສະພາແຫ່ງຊາດເຂົ້າຮ່ວມເຫັນດີ, ກວມເອົາ 92,83%, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບການເລືອກຕັ້ງປະທານສານປະຊາຊົນສູງສຸດແຫ່ງ ສສ.ຫວຽດນາມ ອາຍຸການ 2021 – 2026. ຕາມນັ້ນແລ້ວ, ສະພາແຫ່ງຊາດຕົກລົງເລືອກຕັ້ງທ່ານ ຫງວຽນວັນກວາງ ດຳລົງຕຳແໜ່ງປະທານສານປະຊາຊົນສູງສຸດແຫ່ງ ສສ.ຫວຽດນາມ ອາຍຸການ 2021 – 2026. ຫຼັງຈາກນັ້ນ, ທ່ານປະທານສານປະຊາຊົນສູງສຸດ ຫງວຽນວັນກວາງ ໄດ້ປະຕິບັດພິທີສາບານຕົວຮັບດຳລົງຕຳແໜ່ງ. ໃນບົດກ່າວຄຳເຫັນພາຍຫຼັງສາບານຕົວເຂົ້າດຳລົງຕຳແໜ່ງ, ທ່ານ ຫງວຽນວັນກາງ ເນັ້ນໜັກວ່າ:
“ຕັດສິນໃຈ, ເດັດດຽວ ແລະ ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ໃນການປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ ກ່ຽວກັບການປະຕິຮູບຕຸລາການ, ສ້າງລັດແຫ່ງກົດໝາຍສັງຄົມນິຍົມ, ສ້າງລະບົບກົດໝາຍໃຫ້ສົມບູນແບບ, ປະກອບສ່ວນສ້າງ ແລະ ຊຸກຍູ້ການພັດທະນາປະເທດຊາດໃນສັງກາດໃໝ່; ຫັນອົງການຈັດຕັ້ງ, ກົງຈັກໃຫ້ກະທັດລັດ, ຮັບປະກັນປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບຮູບແບບສານ 3 ຂັ້ນ”.
ແລະກໍ່ໃນຕອນເຊົ້າວັນດຽວກັບ, ສະພາແຫ່ງຊາດໄດ້ເລືອກຕັ້ງທ່ານ ໂດ້ວັນຈຽນ, ອະດີດປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ດຳລົງຕຳແໜ່ງຮອງປະທານສະພາແຫ່ງຊາດ.
(ແຫຼ່ງຄັດຈາກ VOV)