ຂ່າວສານ
ຄ່ຳຄືນຮອບຊິງຊະນະເລີດ DIFF 2026: ດ່ານັ້ງຢັ້ງຢືນກຳລັງດຶງດູດຂອງນະຄອນແຫ່ງວັນບຸນລະດັບສາກົນ
ຕອນຄ່ຳວັນທີ 11 ກໍລະກົດ, ວັນບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ 2026 ໄດ້ກ້າວເຂົ້າສູ່ຄຳຄືນຊີງຊະນະເລີດ ເຊິ່ງໄດ້ອັດການແຂ່ງຂັນທີ່ດຳເນີນໃນເວລາກວ່າ 1 ເດືອນ. ສອງທິມເຂັ້ມແຮງທີ່ສຸດແມ່ນ ຈີນ ແລະ ໂປໂຕແກັດ ໄດ້ກຽມພ້ອມໃຫ້ແກ່ບັນດາລາຍການສະແດງທີ່ພິຖິພິຖັນທີ່ສຸດຂອງການແຂ່ງຂັນ. ທ່ານ ຫົວໜ້າທິມໂປໂຕເກດ Manuel Machado Da Silva Macedo ແບ່ງປັນວ່າ:
ພວກຂ້າພະເຈົ້າເຊື່ອໝັ້ນວ່າ ທົ່ວໂລກ, ສິລະປະຍິງບັ້ງໄຟດອກຍາມໃດກໍ່ມີກຳລັງດຶງດູດໃຈ ທຸກຄົນໃນທຸກເກນອາຍຸ, ນັບແຕ່ເດັກນ້ອຍຕະຫຼອດຮອດຜູ້ໃຫຍ່ ແລະ ຜູ້ໃດກໍ່ມີຄວາມຕ້ອງການຮັບຊົມບັນດາລາຍການສະແດງນັ້ນ. ພິເສດ, ສຳລັບດ່ານັ້ງ, ນີ້ແມ່ນບາດກ້າວທີ່ມີລັກສະນະຍຸດທະສາດເພື່ອປະກອບສ່ວນປັບປຸງຖານະບົດບາດຂອງນະຄອນ, ຈາກທີ່ຕັ້ງເຕັ້ມໄປດ້ວຍຄວາມສາມາດບ່ົມຊ້ອນໃນອະນາຄົດເພື່ອກາຍເປັນນະຄອນຫຼວງຂອງບັນດາວັນບຸນຍິງບັ້ງໄຟດອກໃນທົ່ວໂລກ.
ຜ່ານວັນບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ 2026, ດ່ານັ້ງອີກຄັ້ງໜຶ່ງຢັ້ງຢືນກຳລັງດຶງດູດຂອງນະຄອນວັນບຸນລະດັບສາກົນ, ບ່ອນສະແດງສິລະປະ, ການທ່ອງທ່ຽວ ແລະ ຄວາມຫວັງເຊື່ອມໂຍງພ້ອມກັນປະກາຍແຈ້ງ, ຖືກຕ້ອງກັບຫົວຂໍ້ຂອງການແຂ່ງຂັນ “ຂອບຟ້າແຫ່ງການເຊື່ອມໂຍງ”.






