• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄຼິບ ວີດີໂອ ນາງສາວ ວຽງຈັນ - ການເດີນທາງແຫ່ງສິລະປະ

      ຄຼິບ ວີດີໂອ “ນາງສາວ ວຽງຈັນ” ແມ່ນຜົນງານທີ່ໄດ້ແຕ່ງຂຶ້ນ ພາຍຫຼັງການເດີນທາງໄປປະຕິບັດງານເປັນເວລາ 10 ວັນຢູ່ປະເທດລາວ ຂອງນັກຮ້ອງຊາຍນັກດົນຕີໜຸ່ມ ທີ່ມີອາຍຸ 20 ປີ - ບຸ່ຍຕ໊ວນງອັກໃນການເດີນທາງຄັ້ງນັ້ນ, ບຸ່ຍຕ໊ວນງອກ ມີຄວາມະທັບໃຈທີ່ສຸດກ່ຽວກັບພາບພົດຂອງປະເທດລ້ານຊ້າງທີ່ສວຍງາມ ກໍຄື ແບບແຜນການດຳລົງຊີວິດປະຊາຊົນຢູ່ທີ່ນີພິເສດ ແມ່ນຮູບພາບຂອງນາງສາວ ວຽງຈັນຜູ້ຫນຶ່ງນີ້ກໍແມ່ນຄວາມຊົງຈຳທີ່ໜ້າຈົດຈຳທີ່ສຸດໃນຊີວິດເປັນນັກສຶກສາຢູ່ມະຫາວິທະຍາໄລວັດທະນະທຳສິລະປະກອງທັບ ແລະ ກໍແມ່ນຈິດໃຈ ເຊິ່ງ ອ້າຍບ່າວຄົນນີ້ ຢາກຝາກເຖິງບັນດາເພື່ອນໜຸ່ມລາວ.

ນັກຮ້ອງ, ນັກດົນຕີ ບຸ່ຍຕ໋ວນຫງອກ.
             ໂດຍມີຮູບຮ່າງຈ່ອຍສູງ, ໃສ່ແວນຕາຄູ່ໃຫຍ່, ຜົມຟູຂຶ້ນໜ້ອຍໜຶ່ງ ແລະ ມີຄວາມເປັນມິດສະໜິດສະໜົມນັ້ນ ມີໜ້ອຍຄົນທີ່ຮູ້ວ່າ ນີ້ແມ່ນນັກດົນຕີ, ນັກຮ້ອງ ທີ່ໄດ້ແຕ່ງບົດເພງຫຼາຍບົດ ແລະ ເປັນທີ່ນິຍົມຊົມຊອບຈາກມິດເພງທັງຫລາຍ ນັ່ງລົມກັນຢູ່ຮ້ານກາເຟແຫ່ງໜຶ່ງຢູ່ຮ່າໂນ້ຍ, ຕ໊ວນງອັກ ໄດ້ແບ່ງປັນກັບຂ້າພະເຈົ້າຟັງຫຼາຍຢ່າງກ່ຽວກັບເສັ້ນທາງເຂົ້າຮ່ວມຂະແໜງສິລະປະຂອງຕົນ. ຕ໊ວນງອັກ ກຳເນີດ ແລະ ເຕີບໃຫຍ່ຂຶ້ນໃນຄອບຄົວໜຶ່ງ ທີ່ບໍ່ມີໃຜເຄື່ອນໄຫວໃນຂົງເຂດສິລະປະ ຢູ່ນະຄອນ ຮະລອງ, ແຂວງກວາງນິງ. ຄາວຍັງນ້ອຍ, ຕ໊ວນງອັກ ໄດ້ຕິດຕາມບັນດາລາຍການເພງທີ່ໄດ້ອອກອາກາດຜ່ານທາງໂທລະພາບເປັນປະຈໍາ ແລະ ຖືລາຍການດັ່ງກ່າວ ເໝືອນດັ່ງເພື່ອນຂອງຕົນ. ກໍນັບແຕ່ນັ້ນມາ, ຕ໊ວນງອັກ ຮູ້ສຶກໄດ້ເຖິງຄວາມຮັກມັກຂອງຕົນທີ່ມີຕໍ່ດົນຕີ. ຫຼັງຈາກນັ້ນ, ຕ໊ວນງອັກ ໄດ້ແບ່ງປັນກັບພໍ່ຂອງຕົນວ່າ ຈະຕັດສິນໃຈເດີນຕາມເສັ້ນທາງດົນຕີ, ແຕ່ບໍ່ໄດ້ຮັບຄວາມເຫັນດີຈາກພໍ່ແມ່.
        ຄາວນັ້ນຂ້າພະເຈົ້າ ຕ້ອງລັກໄປອັດສຽງຂາຍກ້ອງຖ່າຍຮູບເພື່ອເອົາເງິນເຮັດ ຄຼິບວີດີໂອ  ແຕ່ກໍຮູ້ສຶກໂຊກດີ ເມື່ອຜົນງານຂອງຕົນໄດ້ຮັບຄວາມນິຍົມຈາກຫລາຍຄົນມີຫຼາຍຄົນຮັບຊົມແລ້ວໄດ້ຕີລາຄາວ່າ ຂ້າພະເຈົ້າມີພອນສະຫວັນໃນດ້ານນີ້ ແລະ ນັບແຕ່ນັ້ນມາພໍ່ແມ່ຂອງຂ້າພະເຈົ້າ ຈຶ່ງຕິດຕາມ ແລະ ສະໜັບສະໜູນຂ້າພະເຈົ້າ, ຮ່ວມເດີນທາງກັບຂ້າພະເຈົ້າໃນເສັ້ນທາງນີ້ມາໂດຍຕະຫຼອດຂ້າພະເຈົ້າຮູ້ສຶກໂຊກດີ ທີ່ໄດ້ຮັບການສະໜັບສະໜູນຈາກຄອບຄົວຄືແນວນີ້”.
        ປີ 2017, ຕ໊ວນງອັກ ໄດ້ອອກຄຼິບວີດີໂອ “ໜ່ວຍໂລກຂອງອ້າຍ”, ໄລ່ມາຮອດປັດຈຸບັນ, ຄຼິບວີດີໂອດັ່ງກ່າວ ໄດ້ມີຜູ້ເຂົ້າຊົມກວ່າ 6 ລ້ານຄົນ, ນີ້ກໍແມ່ນກຳລັງໜູນເພື່ອໃຫ້ ຕ໊ວນງອັກ ເດີນຕາມເສັ້ນທາງສິລະປະ, ທົດສອບຕົນເອງ ແລະ ເສັງເຂົ້າ ມະຫາວິທະຍາໄລວັດທະນະທຳ - ສິລະປະກອງທັບ. ຕອນນັ້ນ, ຕ໊ວນງອັກ ແມ່ນໜຶ່ງໃນຈຳນວນ 11 ຄົນ ທີ່ເສັງຕິດການທະຫານຂອງໂຮງຮຽນ ແລ້ວມີໂອກາດໄດ້ພົບປະແລກປ່ຽນກັບເພື່ອນຄົນລາວຫຼາຍຄົນ. ຕອນບ່າຍຂອງມື້ທີ 2 ໃນການເດີນທາງໄປສະແດງສິລະປະຢູ່ລາວ, ຕວ໊ນງອັກ ແບ່ງປັນວ່າ, ໃນງານພົບປະແລກປ່ຽນກັບທາງກອງທັບ ລາວ, ຕ໊ວນງອກ ໄດ້ຟ້ອນລຳວົງ, ໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ, ມັດແຂນ ແລະ ຄົ້ນຫາວັດທະນະທຳຂອງປະເທດລາວລ້ານຊ້າງ. ຮອຍຍິ້ມ ແລະ ວາດຟ້ອນອັນອ່ອນຊ້ອຍຂອງນາງສາວ - ຄູ່ຟ້ອນລຳວົງກັບ ຕວ໊ນງອັກ ໃນງານພົບປະມື້ນັ້ນ ໄດ້ເຮັດໃຫ້ ຕ໊ວນງອັກ ປາບປຶ້ມ ແລະ ປະທັບໃຈທີ່ສຸດ. ໃນຕະຫຼອດໄລຍະສະແດງສິລະປະຢູ່ປະເທດລາວ ສວຍງາມນີ້, ຍາມໃດ ຕວ໊ນງອັກ ກໍຄິດຮອດຄິດເຖິງນາງສາວຄົນນັ້ນ ແລະ ບົດເພງ “ນາງສາວວຽງຈັນ” ກໍ່ໄດ້ຮັບການແຕ່ງອອກມາ.
            ເມື່ອກັບມາ ຫວຽດນາມ ຂ້າພະເຈົ້າ ໄດ້ຖາມເອື້ອຍຄົນລາວ ຊື່ວ່າ ນ້ຳຝົນ ແກ້ວມະນີ, ລາວເອງກໍເປັນຄົນຮ້ອງຄູ່ກັບຂ້າພະເຈົ້າໃນຄຼິບວີດີໂອ ນາງສາວວຽງຈັນກ່ຽວກັບບາງຄຳ, ບາງປະໂຫຍດຄື: anh nhớ em? cô gái đẹp? ພາສາລາວ ແມ່ນຫຍັງ ແລະ ອອກສຽງຄືແນວໃດ? ແລ້ວ ເອື້ອຍ ນ້ຳຝົນ ກໍພາຂ້າພະເຈົ້າຮຽນເວົ້າ, ສະນັ້ນ ໃນບົດເພງໃໝ່ນີ້ ຂ້າພະເຈົ້າກໍໄດ້ໃຊ້ພາສາລາວບາງຄຳຄື ສະບາຍດີສະບາຍດີ, ອ້າຍຮັກຮ້ອງຫຼາຍໆ, ນ້ອງຮັກອ້າຍບໍ?... ນາງສາວລາວຄົນນັ້ນ ໄດ້ສ້າງແຫຼ່ງບັນດານໃຈ ແລະ ແນວຄວາມຄິດເພື່ອໃຫ້ຂ້າພະເຈົ້າແຕ່ງບົດເພງນີ້ຂຶ້ນມາ”.
            ນັບແຕ່ຕອນແຕ່ງເນື້ອແພງ, ແຕ່ງບົດດົນຕີ ຕະຫຼອດຮອດ ການຖ່າຍທຳ ແລະ ສ້າງຄຼິບວີດີໂອ “ນາງສາວວຽງຈັນ” ສຳເລັດ ແມ່ນໃຊ້ເວລາໜຶ່ງປີກວ່າ. ທຳອິດ ທິມງານໄດ້ເລືອກໄປຖ່າຍທຳຢູ່ ຝູກວ໊ກ, ດ່າຫຼາດ ແຕ່ ຕ໊ວນງອັກ ໄດ້ຕັດສິນໃຈຖ່າຍຢູ່ ກວ໋າງນິງ. ຜ່ານຄຼິບວີດີໂອນີ້, ນອກຈາກສະແດງອາລົມຈິດຂອງຕົນ ທີ່ມີຕໍ່ປະເທດລາວ ແລະ ນາງສາວລາວແລ້ວ, ລາວ ຍັງຢາກ ໂຄສະນາບັນດາສະຖານທີ່ທ່ອງທ່ຽວສວຍງາມຂອງ ກວ໋າງນິງ - ບ້ານເກີດເມືອງນອນຂອງຕົນ ໃຫ້ຜູ້ຊົມ. ຕ໊ວນງອັກ ແບ່ງປັນວ່າ, ຄຼິບວີດີໂອນີ້ ໄດ້ລົງທຶນຢ່າງລະອຽດລະອໍທີ່ສຸດ.
            “ຖ້າປຽບທຽບລະຫວ່າງ ຄຼິບວີດີໂອນີ້ ກັບ ຄຼິບວີດີໂອອື່ນໆທີ່ໄດ້ອອກແລ້ວນັ້ນ ແມ່ນມີຄວາມແຕກຕ່າງກັນຫຼາຍ. ສຳລັບຄຼິບ ວີດີໂອນີ້ ຂ້າພະເຈົ້າຕ້ອງກະກຽມນັກສະແດງ, ຊອກຫາທິມງານ. ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າເຮັດວຽກກັບທິມງານທີ່ເປັນມືອາຊີບ, ກ່ອນຈະລົງໄປຖ່າຍທຳ, ຂ້າພະເຈົ້າ ແລະ ທິມງານ ໄດ້ນັ່ງປຶກສາຫາລືນຳກັນໃນເວລາດົນພໍສົມຄວນ ເພາະວ່າມີແນວຄວາມຄິດຫຼາຍຢ່າງ. ມື້ນັ້ນ, ພວກຂ້າພະເຈົ້າໄດ້ປຶກສາຫາລືກັນຮອດ 3 ໂມງເຊົ້າ ແລະ 5 ໂມງເຊົ້າ ລົງໄປຖ່າຍເລີຍ, ບໍ່ມີເວລານອນເລີຍ. ໃນເວລາ 3 ວັນ ທັງກະກຽມ ແລະ ຖ່າຍທຳນັ້ນ ຂ້າພະເຈົ້ານອນບໍ່ຫຼັບ, ອາກາດຕອນນັ້ນກໍຮ້ອນຫລາຍ, ບາງພາບຕ້ອງຕາກແດກຮອດ 30 ນາທີ, ແຕ່ພາບອອກມາງາມຫຼາຍ. ຂ້າພະເຈົ້າ ບໍ່ເຄີຍເຮັດຄຼິບວີດີໂອໃດທີ່ລະອຽດ ແລະ ພິຖີພິຖັນຄືຄຼິບວີດີໂອຄັ້ງນີ້”.
ໃນຄຼິບວີດີໂອ, ຕ໊ວນງອັກ ໄດ້ເຊີນເພື່ອນ ຊະນິຕ້າ ສະແຫວງໂຊກ ເຊິ່ງເປັນນາງງາມອັນດັບ 2, ນາງງາມໂລກລາວ 2019 ແລະ ປັດຈຸບັນກໍເປັນນັກສຶກສາພວມຮ່ຳຮຽນຢູ່ ຫວຽດນາມ ເປັນນາງເອກ. ຜູ້ຮ້ອງບົດເພງນີ້ພ້ອມກັບ ຕ໊ວນງອກ ແມ່ນ ເອື້ອຍ ນ້ຳຝົນ ແກ້ວມະນີ - ໝູ່ຮຽນນຳກັນກັບ ຕວ໊ນງອັກ, ປັດຈຸບັນພວມເຮັດວຽກຢູ່ໃນກອງສິລະປະຂອງ ລາວ.
            ຜ່ານຄຼິບວີດີໂອ “ນາງສາວ ວຽງຈັນ” ທີ່ໄດ້ອອກສູ່ສາຍຕາມວນຊົນໃນເດືອນທັນວາ ປີ 2020 ນີ້, ຕ໊ວນງອັກ ຢາກສະແດງອາລົມຈິດຄວາມຮັກແພງຂອງຕົນທີ່ມີຕໍ່ບັນດາເພື່ອນຄົນລາວ, ປະເທດລາວ ກໍຄື ໄວໜຸ່ມ ຫວຽດນາມ ຢາກຝາກເຖິງປະເທດລາວ ສານແຫ່ງຄວາມສາມັກຄີ, ສັນຕິພາບ ແລະ ຍາມໃດກໍຂຽວ, ສົດໃສຄືກັບສາຍນ້ຳຂອງ. ໃນອະນາຄົດ, ອ້າຍບ່າວຄົນນີ້ ຍັງຢາກກັບໄປຢ້ຽມຢາມປະເທດລາວອີກຫຼາຍຄັ້ງ  ເພື່ອໃຫ້ມີຄວາມເຂົ້າໃຈກ່ຽວກັບປະເທດຊາດ ແລະ ປະຊາຊົນຢູ່ດິນແດນແຫ່ງຈຳປາແຫ່ງນີ້ຫຼາຍກວ່າອີກ ແລະ ອາດຈະມີຫຼາຍບົດເພງ, ຄຼິບວີດີໂອ ໄດ້ແຕ່ງຂຶ້ນມາ ເພື່ອຍ້ອງຍໍສັນລະເສີນປະເທດລາວສວຍງາມຕື່ມອີກ./.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top