• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄົ້ນ​ຫາ​ງານ​ບຸນ​ອາ​ຫານ​ການ​ກິນ ດ່າ​ໜັງ Food Tour ປີ 2026 ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ

ງານ​ບຸນ ດ່າ​ໜັງ Food Tour 2026 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ພຶດ​ສະ​ພາ, ຢູ່​ສວນ​ສາ​ທາ​ລະ​ນະ ບຽນ​ດົ່ງ (ທະ​ເລ​ຕາ​ເວັນ​ອອກ). ໂດຍ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 20 – 24 ພຶ​ດ​ສະ​ພາ, ງານ​ບຸນ​ດັ່ງ​ກ່າວ​ແມ່ນ​ຈຸດ​ເນັ້ນ​ໜັກ​ໃນ​ລະ​ດູ​ທ່ອງ​ທ່ຽວ​ຍາມ​ລະ​ດູ​ຮ້ອນ ດ່າ​ໜັງ 2026.
  ງານ​ບຸນ ດ່າ​ໜັງ Food Tour 2026 ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼາຍ (ພາບ: TTXVN)  

ງານ​ບຸນ ດ່າ​ໜັງ Food Tour 2026 ໄດ້​ຮັບ​ການ​ສ້າງ​ຂຶ້ນ​ຄື​ກັນ​ກັບ​ວິ​ວັດ​ທະ​ນ​ການ​ລົງ​ຕົວ​ຈິງຫຼາຍ​ຊັ້ນຫຼາຍ​ແງ່​ມູມ. ໃນ​ງານ​ບຸນ, ແຂກ​ທ່ອງ​ທ່ອງ​ອາດ​ຈະ​ໄດ້​ສຳ​ຜັດ, ທົດ​ລອງ, ກະ​ທົບ​ຕອບ ແລະ ເຊື່ອມ​ຕົວ​ເຂົ້າ​ກັບ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ ໂດຍ​ຜ່ານ​ບັນ​ດາ​ກິດ​ຈະ​ກຳ​ຄື: ເຂົ້າ​ຮ່ວມ​ການ​ປຸງ​ແຕ່ງ, ຊອກ​ຮູ້​ກ່ຽວ​ກັບ​ອາ​ຊີບ​ພື້ນ​ເມືອງ, ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ດາ​ການ​ລະຫຼີ້ນ​ພື້ນ​ເມືອງ ແລະ ຫຼາຍ​ກິ​ດ​ຈະ​ກຳ​ກະ​ທົບ​ຕອບ​ດ້ວຍຫຼາຍອິນ​ຊີ. ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ບຸນ​ແມ່ນ “ເຂດພື້ນ​ທີ່​ສິ່ງຍອດ​ຍິ່ງ​ຂອງ​ອາ​ຫານ​ການ​ກິນ​ດິນ​ແດນ ກວ໋າງ” ທີ່​ຖືກ​ຈັດ​ຂຶ້ນ​ຢູ່​ສວນ​ສາ​ທາ​ລະ​ນະ​ ບຽນ​ດົ່ງ, ໂດຍ​ເຕົ້າ​ໂຮມ​ຮ້ານ​ອາ​ຫານ​ທ້ອງ​ຖິ່ນ, ເຂດ​ພາກ ແລະ ສາ​ກົນ ກວ່າ 200 ຮ້ານ. ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ນາງ ຫງວຽນ​ທິ​ແອັງ​ທີ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດ່າ​ໜັງ, ຢັ້ງ​ຢືນ​ວ່າ:

“ຈຸດ​ພົິ້ນ​ເດັ່ນ​ຂອງ​ງານ​ບຸນ ດ່າ​ໜັງ Food Tour 2026 ແມ່ນ​ວິ​ທີ​ການ​ເຂົ້າ​ເຖິງ​ທີ່​ໃໝ່​ອ່ຽ​ມ, ໂດຍ​ບໍ່​ພຽງ​ແຕ່ນຳ​ອາ​ຫານ​​ຂອງ​ດິນ​ແດນ ກວ໋າງ ​ມາ​ເພື່ອ​ຮັບ​ປະ​ທານເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ການ​ລົງ​ຕົວ​ຈິງ​ດ້ວຍຫຼາຍ​ການ​ສຳ​ຜັດ​ທາງອິນ​ຊີ​ທີ່​ແຕ​ກ​ຕ່າງ​ກັນ, ບ່ອນ​ທີ່​ແຂກ​ທ່ອງ​ທ່ຽວ​ອາດ​ສາ​ມາດ​ໄດ້ຈັບ​ໄດ້​ບາຍ, ຮູ້​ສຶກ ແລະ ເຊື່ອມ​ຕົວ​ເຂົ້າ​ກັບ​ວັດ​ທະ​ນະ​ທຳ​ຂອງ​ທ້ອງ​ຖິ່ນ. ງານ​ບຸນ ຈະ​ສ້າງ​ຂີດ​ໝາຍ​ຢ່າງ​ແຮງ ເພື່ອ​ໃຫ້​ອາ​ຫານ​ແຕ່​ລະ​ເຍື່ອງ ບໍ່​ພຽງ​ແຕ່​ເພື່ອ​​ຮັບ​ປະ​ທານ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເລົ່າ​ດ້ວຍ​ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ປະ​ຊາ​ຊົນ​ ແລະ ສີ​ສັນ​ຂອງ​ທ້ອງ​ຖິ່ນ​ອີກ​ດ້ວຍ”.

(ແຫຼ່ງຄັດຈາກ VOV)

ວັນປ້ອງ​ກັນ, ຕ້ານໄພ​ທຳ​ມະ​ຊາດ ຫວຽດ​ນາມ: ຊຸມ​ຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ

ວັນປ້ອງ​ກັນ, ຕ້ານໄພ​ທຳ​ມະ​ຊາດ ຫວຽດ​ນາມ: ຊຸມ​ຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ

ໂດຍ​ຕອບ​ສະ​ໜອງ​ວັນ​ສະ​ເຫຼີມ​ສະຫຼອງວັນ​ມູນ​ເຊື້ອ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ໄພ​ທຳ​ມະ​ຊາດ ຄົບ​ຮອບ 80 ປີ, ໃນ​ລະ​ຫວ່າງວັນ​ທີ 15 – 22 ພຶດ​ສະ​ພາ, ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ໄດ້​ປຸກ​ລະ​ດົມ​ສັບ​ປະ​ດາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ ປີ 2026 ດ້ວຍ​ຫົວ​ຂໍ້ “ຊຸມ​ຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ”.

Top