ຂ່າວສານ
ຄູບາ, ສຳມະເນນ ແລະ ພຸດທະສາສະນິກກະຊົນ ຫວຽດນາມ ອາໄສ ຢູ່ ລາວ ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນ ລາວ ຕ້ານໂລກລະບາດ

ກ່າວຄຳເຫັນທີ່ພິທີ, ພະອາຈານ ທິກມິງກວາງ, ເຈົ້າອາວາດວັດ ເຟິດຕິກ ວຽງຈັນ ເນັ້ນໜັກວ່າ ເຖິງວ່າເຄື່ອງຊ່ວຍເຫຼືອຈຳນວນໜ້ອຍກໍຕາມ ແຕ່ນັ້ນກໍແມ່ນນ້ຳຈິດນ້ຳໃຈຂອງຄູບາ, ສຳມະເນນ ແລະ ພຸດທະສາສະນິກກະຊົນ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງ ວຽງຈັນ ທີ່ມີຕໍ່ປະຊາຊົນ ແລະ ພຸດທະສາສະນິກກະຊົນ ລາວ.
ໂດຍຕາງໜ້າໃຫ້ແນວລາວສ້າງຊາດ ແລະ ປະຊາຊົນ ລາວ, ທ່ານນາງ ຄຳຈັນ ພົມແສງສະຫວັນ - ຮອງປະທານຜູ້ປະຈຳການແນວລາວສ້າງຊາດ ໄດ້ຕີລາຄາສູງຕໍ່ການກະທຳອັນສູງສົ່ງ ແລະ ຈົບງາມນີ້ຂອງ ຄູບາສຳມະເນນ ແລະ ພຸດທະສາສະນິກກະຊົນ ຫວຽດນາມ ອາໄສ ຢູ່ ລາວ. ທ່ານນາງຢັ້ງຢືນວ່າ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ເວົ້າລວມ ແລະ ຄູບາ, ສຳມະເນນ ຫວຽດນາມ ຢູ່ ລາວ ເວົ້າສະເພາະ ຍາມໃດກໍເອົາໃຈໃສ່, ເປັນຫ່ວງເປັນໃຍ ແລະ ຕິດຕາມສະພາບການຜັນແປຂອງພະຍາດຢູ່ລາວຢ່າງໃກ້ຊິດ, ຍາມໃດກໍພ້ອມທີ່ຈະຮ່ວມແຮງຮ່ວມໃຈໃຫ້ການຊ່ວຍເຫຼືອປະຊາຊົນ ລາວ ໃນຍາມປະສົບກັບຄວາມຫຍຸ້ງຍາກ.
(ແຫຼ່ງຄັດຈາກ VOV)