• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄຳ​ຖະ​ແຫຼງ​ທີ່ກົງ​ກັນ​ຂ້າມ​​ກັນຂອງ​ການ​ນຳ ອີ​ຣານ, ອາ​ເມ​ລິ​ກາ ກ່ອນ​​ດຳ​ເນີນ​ການເຈ​ລະ​ຈາ

ວັນ​ທີ 10 ເມ​ສາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນະ​ຄອນຫຼວງ Islamabad (ປາ​ກິດ​ສະ​ຖານ), ຄະ​ນະ​ຜູ້​ແທນ ອີ​ຣານ ແລະ ອາ​ເມ​ລິ​ກາ ມີ​ການ​ເຈ​ລະ​ຈາ​ສຳ​ຄັນ ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ​ທີ່​ແກ່​ຍາວ​ເກືອບ 6 ອາ​ທິດ.
  ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃນ​ການ​ຖະ​ແຫຼງ​ຂ່າວ​ຢູ່ Washington, DC. (ພາບ: REUTERS/Evan Vucci)  

ກ່ອນ​ການ​ເຈ​ລະ​ຈາ, ວັນ​ທີ 09 ເມ​ສາ, ການ​ນຳ​ສອງ​ປະ​ເທດ​ຍັງ​ຄົງ​ຍົກ​ອອກ​ບັນ​ດາ​ຄຳ​ຖະ​ແຫຼງ​ທີ່ແຂງ​ກະ​ດ້າງໂດຍ​ຊີ້​ໃຫ້​ເຫັນ​ຄວາມ​ຂັດ​ແຍ້ງ​ກັນໃນ​ເປົ້າ​ໝາຍ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ.

ໃນ​ສານ​ທີ່​ເປັນ​ລາຍ​ລັກ​ອັກ​ສອນຫຼ້າ​ສຸດ ທີ່​ສື່ມວນ​ຊົນ ອີ​ຣານ ໄດ້​ປະ​ກາດ, ການ​ນຳ​ສູງ​ສຸດ​ຄົນ​ໃໝ່​ຂອງ ອີ​ຣານ, ທ່ານ Mojtaba Khamenei, ຢັ້ງ​ຢືນ​ວ່າ ສາ​ທາ​ລະ​ນະ​ລັດ ອິດ​ສະ​ລາມ ບໍ່​ຢາກ​ສູ້​ຮົບ​ກັບ ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ ແຕ່​ຈະ​ປົກ​ປ້ອງ​ບັນ​ດາ​ສິດ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂ​ອງ​ຕົນ​ດ້ວຍ​ຖາ​ນະ​ເປັນ​ປະ​ເທດ​ໜຶ່ງ.

ສ່ວນ​ໃນ​ຫຼາຍ​ບົດ​ຂຽນ​ທີ່​ເອົ​າ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ໄລ, ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ກ່າວ​ຫາ ອີ​ຣານ ລະ​ເມີດ​ບັນ​ດາ​ມາດ​ຕາ​ຂອງ​ຂໍ້​ຕົກ​ລົງ​ຢຸດ​ຍິງຊົ່ວ​ຄາວ​ເປັນ​ເວ​ລາ 2 ອາ​ທິດ, ໂດຍ​ສະ​ເພາະ​ແມ່ນ​ຍັງ​ບໍ່​ທັນ​ເປີດ​ປະ​ຕູ​ຊ່ອງ​ແຄບ​ທະ​ເລ​ຍຸດ​ທະ​ສາດ Hormuz ​ໃຫ້​ກ່ຳ​ປັ່ນ​ໄປ​ມາຄືນ​ໃໝ່ເທື່ອ. ກໍ​ຕາມ​ການ​ນຳ ອາ​ເມ​ລິ​ກາ, ອີ​ຣານ ບໍ່​ໄດ້​ເກັບ​ຄ່າ​ທໍ​າ​ນຽມ​ເມື່ອ​ກ່ຳ​ປັ່ນ​ໄປ​ຜ່ານ​ຊ່ອງ​ແຄບ​ທະ​ເລ​ດັ່ງ​ກ່າວ ແລະ ຖື​ວ່າ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເກັບ​ຄ່າ​ທຳ​ນຽມ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz ບໍ່​ແມ່ນ​ຂໍ້​ຕົກ​ລົງ​ທີ່​ສອງ​ປະ​ເທດ​ລະ​ບຸ​ໄວ້ກ່ອນ​ນັ້ນ. 

(ແຫຼ່ງຄັດຈາກ VOV)

ອິດ​ສະ​ຣາ​ແອັນ ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ​ເຂດ​ຕັ້ງ​ຖິ່ນ​ຖານ​ໃໝ່ 34 ແຫ່ງ ຢູ່​ຝັ່ງ​ຕາ​ເວັນ​ຕົກ

ອິດ​ສະ​ຣາ​ແອັນ ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ​ເຂດ​ຕັ້ງ​ຖິ່ນ​ຖານ​ໃໝ່ 34 ແຫ່ງ ຢູ່​ຝັ່ງ​ຕາ​ເວັນ​ຕົກ

ວັນ​ທີ 09 ເມ​ສາ, ຄະ​ນະ​ລັດ​ຖະ​ບານ ອິ​ດ​ສະ​ຣາ​ແອັນ ໄດ້​ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຕັ້ງ​ຖິ່ນ​ຖານ​ໃໝ່ 34 ແຫ່ງ ຢູ່​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ​ໃນ​ສະ​ພາບ​ການ​ປະ​ເທດ​ນີ້​ພວມ​ຜັນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ທາງ​​ທະ​ຫານ​ໃນຫຼາຍ​ສະ​ໜາມ​ຮົບ.

Top