• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄາດຄະເນການສົ່ງອອກຫຼາຍປະເພດສິນຄ້າຈະເຕີບໂຕໃນໄຕມາດທ້າຍປີ

ທ່ານ ດັ້ງຟຸກງວຽນ, ເລຂາທິການໃຫຍ່ ສະຫະສະມາຄົມຜັກ, ໝາກໄມ້ ຫວຽດນາມ ຄາດຄະເນວ່າ: ແຕ່ນີ້ຮອດທ້າຍປີຍັງ 3 ເດືອນ, ແມ່ນເວລາມີງານບຸນ, ບຸນເຕັດ ດັ່ງນັ້ນການສົ່ງອອກ ຜັກ, ໝາກໄມ້ ຍັງສາມາດເຕີບໂຕ.
ທ່າກຳ່ປັ່ນ ກາດລ໋າຍ (ນະຄອນ ໂຮ່ຈີມິນ) (ພາບ:Danh Lam/TTXVN)

ຕາມການຄາດຄະເນຂອງຂະແໜງອຸດສາຫະກຳ - ການຄ້າແລ້ວ, ການເຄື່ອນໄຫວສົ່ງອອກຂອງ ໄຕມາດສຸດທ້າຍຂອງປີນີ້ ຈະສືບຕໍ່ເຕີບໂຕຍ້ອນ ເງິນເຟີ້ມີທ່າອ່ຽງຫລຸດລົງຢູ່ບັນດາພື້ນຖານເສດຖະກິດໃຫຍ່, ຄື: ອາເມລິກາ, ເອີລົບ...; ສິນຄ້າຄ້າງສາງພວມຫລຸດລົງ. ພ້ອມກັ້ນນັ້ນ, ຄວາມຕ້ອງການສິນຄ້າ ບໍລິໂພກ ກໍ່ເພີ່ມຂຶ້ນສູງໃນໂອກາດທ້າຍປີ; ຫວຽດນາມ ກໍ່ໄດ້ຮັບຜົນປະໂຫຍດຈາກເລື່ອງບັນດາບໍລິສັດ ນາໆຊາດ ເຄື່ອນຍ້າຍການຜະລິດມາຍັງ ຫວຽດນາມ. ຜູ້ຕາງໜ້າກົມສົ່ງອອກ - ນຳເຂົ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ໃຫ້ຮູ້ວ່າ: ບັນດາມາດຕະການຕັ້ງໜ້າ ແລະ ຄົບຊຸດເພື່ອແນໃສ່ແກ້ໄຂ ຄວາມຫຍຸ້ງຍາກເພື່ອໜູນຊ່ວຍການຜະລິດຢູ່ພາຍໃນປະເທດ, ສົ່ງເສີມການຄ້າ, ເປິດກ້ວາງຕະຫຼາດ ພາຍໃນປະເທດ ແລະ ການສົ່ງອອກໄດ້ເສີມຂະຫຍາຍຢ່າງແຮງ ດັ່ງນັ້ນການເຄື່ອນໄຫວສົ່ງອອກ ໃນໄລຍະຜ່ານມາໄດ້ຮັກສາການເຕີບໂຕຢ່າງຕໍ່ເນື່ອງ.

ທ່ານ ດັ້ງຟຸກງວຽນ, ເລຂາທິການໃຫຍ່ ສະຫະສະມາຄົມຜັກ, ໝາກໄມ້ ຫວຽດນາມ ຄາດຄະເນວ່າ: ແຕ່ນີ້ຮອດທ້າຍປີຍັງ 3 ເດືອນ, ແມ່ນເວລາມີງານບຸນ, ບຸນເຕັດ ດັ່ງນັ້ນການສົ່ງອອກ ຜັກ, ໝາກໄມ້ ຍັງສາມາດເຕີບໂຕ. ພິເສດ, ຊຸມເດືອນທ້າຍປີ ແມ່ນເວລາເກັບກ່ຽວຂອງໝາກໄມ້, ຜັກຫຼາຍປະເພດ ດ້ວຍປະລິມານໃນທົ່ວປະເທດປະມານ 7,6 ລ້ານໂຕນ. ດັ່ງນັ້ນ, ມູນຄ່າສົ່ງອອກຜັກ, ໝາກໄມ້ຈະສູງກ່ວາລະດັບສະເລ່ຍຂອງໄຕມາດກ່ອນ.

ໂດຍໄດ້ຕີລາຄາຄ້າຍຄືກັນ, ທ່ານ ທາງວັນທົງ, ຮອງຫົວໜ້າສະມາຄົມ ໄມ້ ຫວຽດນາມ, ໃຫ້ຮູ້ວ່າ: ວິສາຫະກິດໃນຂະແໜງນີ້ກໍ່ໄດ້ຮັບສັນຍານຕັ້ງໜ້າ ກ່ວາຈາກຄູ່ຮ່ວມມືຊື້ສິນຄ້າ. ບາງວິສາຫະກິດມີໃບ ສັ່ງຊື້ສິນຄ້າໃໝ່ ໄດ້ເລີ່ມຈັດຕັ້ງ ໃຫ້ກຳມະກອນເຮັດວຽກເພີ່ມຊົ່ວໂມງ ຫຼື ຮັບສະໝັກກຳມະກອນ ຕື່ມອີກ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ສົມທົບພ້ອມກັບບັນດາປະເທດສະມາຊິກ APEC ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ປີ APEC 2027

ຫວຽດນາມ ສົມທົບພ້ອມກັບບັນດາປະເທດສະມາຊິກ APEC ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ປີ APEC 2027

ບັນດາຜູ້ແທນໄດ້ແລກປ່ຽນບົດຮຽນການຈັດຕັ້ງ, ບໍລິຫານ, ການສົມທົບກັນ ລະຫວ່າງບັນດາອົງການ ແລະ ການແກ້ໄຂບັນດາກໍລະນີທີ່ເກີດຂຶ້ນໃໝ່.

Top