• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ບາກ​ລຽວ ແລະ ແຂວງ ບັກ​ນິງ ​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ

ວັນທີ 9 ເມສາ, ຢູ່ ບາກລຽວ, ຄະນະສະມາຊິກສະພາແຫ່ງຊາດແຂວງ ບາກລຽວ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV.
ທ່ານເລຂາສູນກາງພັກ, ຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ບັນດາຜູ້ມີສິດເລືອກຕັ້ງປາດຖະໜາວ່າ ໃນອາຍຸການຈະມາເຖິງ, ຄະນະສະມາຊິກສະພາແຫ່ງຊາດແຂວງ ຈະສືບຕໍ່ເສີມຂະຫຍາຍພຸມປັນຍາ, ປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດຫຼາຍກວ່າອີກ ແລະ ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງຢ່າງແທ້ຈິງ.

        ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາສູນກາງພັກ, ຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເນັ້ນໜັກວ່າ: ຄຳຄິດເຫັນທັງໝົດຂອງຜູ້ມີສິດເລືອກຕັ້ງ ໄດ້ສະແດງໃຫ້ເຫັນວ່າ ຜູ້ມີສິດເລືອກຕັ້ງມີຄວາມສົນໃຈຕໍ່ບັນດາບັນຫາຂອງປະເທດຊາດ ແລະ ທ້ອງຖິ່ນທີ່ສຸດ. ຄະນະສະມາຊິກສະພາແຫ່ງຊາດແຂວງ ຈະລວບລວມຄຳເຫັນເພື່ອສົ່ງເຖິງສູນກາງພັກພິຈາລະນາ, ແກ້ໄຂຕາມສິດອຳນາດ ແລະ ລາຍງານຕໍ່ສະພາແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກໍຕັກເຕືອນວ່າ ແຂວງ ບາກລຽວ ຈົ່ງສືບຕໍ່ປະຕິບັດເປົ້າໝາຍພັດທະນາຂະແໜງລ້ຽງກຸ້ງ, ກະສິກຳ; ເອົາໃຈໃສ່ເຖິງການສ້າງພື້ນຖານໂຄງລ່າງໃຫ້ສຳເລັດ.

        ໃນວັນດຽວກັນ, ຢູ່ບັກນິງ, ຄະນະສະມາຊິກສະພາແຫ່ງຊາດແຂວງ ບັກນິງ ກໍສົມທົບກັບຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມແຂວງ ບັກນິງ ຈັດຕັ້ງການລົງພົບປະກັບຜູ້ມີສິດເລືອກຕັ້ງເຊັ່ນດຽວກັນ. ນະທີ່ນີ້, ຜູ້ມີສິດເລືອກຕັ້ງແຂວງ ບັກນິງ ຕີລາຄາສູງໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ແລະ ສະແດງຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ລັດ. 

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top