• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ອາ​ເມ​ລິ​ກາ ເດີນ​ທາງ​ໄປ​ຍັງ Damascus ພົບ​ປະ​ກັບ​ການ​ນຳ​ຝ່າຍ​ຄ້ານ

ທ່ານນາງ Barbara Leaf ຢັ້ງຢືນວ່າ ວໍຊິງຕັນ ສະໜັບສະໜູນວິວັດທະນາການການເມືອງ ໂດຍປະຊາຊົນ ຊີຣີ ນຳພາ ແລະ ເປັນເຈົ້າການ, ແນໃສ່ມຸ່ງໄປເຖິງການສ້າງລັດຖະບານກວມລວມ ແລະ ມີລັກສະນະຕົວແທນ, ເຄົາລົບສິດຂອງປະຊາຊົນ ຊີຣີ ທຸກຄົນ.
ສຳນັກງານກະຊວງການຕ່າງປະເທດ ອາເມລິກາ (ພາບ: THX/TTXVN)

ວັນທີ 20 ທັນວາ, ຄະນະຜູ້ແທນຂັ້ນສູງອຳນາດການປົກຄອງ ອາເມລິກາ ໄດ້ເດີນທາງໄປຍັງ Damacus, ເຊິ່ງເປັນຂີດໝາຍການເຄື່ອນໄຫວຢ້ຽມຢາມ ຊີຣີ ຢ່າງເປັນທາງການລະດັບສູງສຸດຂອງເຈົ້າໜ້າທີ່ ອາເມລິກາ  ນັບແຕ່ປີ 2011, ເມື່ອເກີດສົງຄາມການເມືອງໃນຢູ່ປະເທດ ອາຣັບ. ນີ້ແມ່ນການເຄື່ອນໄຫວຢ້ຽມຢາມຢ່າງເປັນທາງການ, ເປີດເຜີຍຄັ້ງທຳອິດຂອງວົງການເຈົ້າໜ້າທີ່ ອາເມລິກາ ທີ່ເດີນທາງໄປຍັງ ຊີຣີ ນັບແຕ່ເມື່ອກຳລັງຝ່າຍຄ້ານຢຶດຄອງເອົານະຄອນຫຼວງ Damacus ແລະ ໂຄ່ນລົ້ນອຳນາດການປົກຄອງຂອງທ່ານປະທານາທິບໍດີ ຊີຣີ Bashar Al Assad  ໃນວັນທີ 08 ທັນວາ ຜ່ານມາ.

ເມື່ອຖະແຫຼງຂ່າວໃຫ້ວົງການສື່ມວນຊົນກ່ຽວກັບການພົບປະກັບການນຳຊົ່ວຄາວຂອງ ຊີຣີ ຢູ່ Damacus ໃນວັນທີ 20 ທັນວາ ຢ່າງເປັນທາງການ, ທ່ານນາງ Barbara Leaf  ຜູ້ຮັບຜິດຊອບພາກພື້ນຕາເວັນອອກກາງຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ໃນວິວັດການປຶກສາຫາລື, ການນຳຝ່າຍຄ້ານ ຊີຣີ ໃຫ້ຄຳໝັ້ນສັນຍາ ຈະບໍ່ປະໃຫ້ບັນດາກຸ່ມກໍ່ການຮ້າຍຢູ່ປະເທດນີ້ກໍ່ຄວາມສ່ຽງຢູ່ທັງພາຍໃນ ແລະ ນອກ ຊີຣີ. ກ່ຽວກັບວິທີການສຳຜັດຂອງອຳນາດການປົກຄອງ ອາເມລິກາ ກ່ຽວກັບບັນຫາ ຊີຣີ, ທ່ານນາງ Barbara Leaf ຢັ້ງຢືນວ່າ ວໍຊິງຕັນ ສະໜັບສະໜູນວິວັດທະນາການການເມືອງ ໂດຍປະຊາຊົນ ຊີຣີ ນຳພາ ແລະ ເປັນເຈົ້າການ, ແນໃສ່ມຸ່ງໄປເຖິງການສ້າງລັດຖະບານກວມລວມ ແລະ ມີລັກສະນະຕົວແທນ, ເຄົາລົບສິດຂອງປະຊາຊົນ ຊີຣີ ທຸກຄົນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top