ຂ່າວສານ
ຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນ ຫວຽດນາມໄປຢ້ຽມຢາມ ມຽນມາຢ່າງເປັນທາງການ

ທ່ານພົນໂທ ຟານວັນຢາງ, ຫົວໜ້າເສນາ ທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ (ພາບ: TTXVN)
ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານນາຍພົນອາວຸໂສ Min Aung Hlaiing, ຜູ້ບັນຊາການໃຫຍ່ຂອງບັນດາກຳລັງປະກອບອາວຸດ ມຽນມາ, ຕອນບ່າຍວັນທີ 24 ກັນຍາ, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນໂທ ຟານວັນຢາງ, ຫົວໜ້າເສນາ ທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ນຳໜ້າຄະນະ, ໄດ້ເດີນທາງອອກຈາກຮ່າໂນ້ຍໄປຢ້ຽມຢາມ ມຽນມາຢ່າງເປັນທາງການໃນລະຫວ່າງວັນທີ 24 – 27 ກັນຍາ. ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນບົດຮຽນ, ວຽກງານການຝຶກແອບ, ຮ່ວມມືກັນບຳລຸງກກໍ່ສ້າງ, ອຸດສາຫະກຳປ້ອງກັນຊາດ, ເສນາຮັກຫຼາຍຝ່າຍ. ພ້ອມທັງ, ຕີລາຄາໝາກຜົນຂອງການຮ່ວມມືປ້ອງກັນຊາດສອງຝ່າຍລະຫວ່າງກອງທັບສອງປະເທດໃນໄລຍະທີ່ຜ່ານມາ ແລະ ປຶກສາຫາລືມາດຕະການເພື່ອຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດໃນໄລຍະຈະມາເຖິງ, ປະກອບສ່ວນປັບປຸງ, ພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ, ສອງກອງທັບ ຫວຽດນາມ - ມຽນມາ.
(ແຫຼ່ງຄັດຈາກ VOV)