• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ

ຄາດວ່າ ຮອດທ້າຍປີນີ້, ການເຕີບໂຕ GDP ຂອງ ຫວຽດນາມ ຈະບັນລຸປະມານ 5%.
(ພາບປະກອບ: quochoi.vn)

ໂດຍສືບຕໍ່ລາຍການຂອງກອງປະຊຸມຄັ້ງທີ 27, ຕອນເຊົ້າວັນທີ 16 ຕຸລາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງເສດຖະກິດ - ສັງຄົມ: ຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2023, ຮ່າງແຜນການພັດທະນາເສດຖະກິດ - ສັງຄົມ ປີ 2024; ຕີລາຄາກາງສະໄໝ ກ່ຽວກັບຜົນຂອງການຜັນຂະຫຍາຍການປະຕິບັດມະຕິເລກທີ 16, ສະພາແຫ່ງຊາດຊຸດທີ XV ກ່ຽວກັບແຜນການພັດທະນາເສດຖະກິດ  - ສັງຄົມ ໄລຍະ 5 ປີ 2021 – 2025…

ຄາດວ່າ ຮອດທ້າຍປີນີ້, ການເຕີບໂຕ GDP ຂອງ ຫວຽດນາມ ຈະບັນລຸປະມານ 5%, ເຖິງວ່າຕ່ຳກວ່າຄາດໝາຍທີ່ໄດ້ວາງອອກ (6,5%) ກໍຕາມ ແຕ່ຍັງແມ່ນລະດັບສູງພໍສົມຄວນ ເມື່ອທຽບໃສ່ຫຼາຍປະເທດໃນພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ນາງ ນະລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top