ຂ່າວສານ
ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນກ່ຽວກັບແຜນນະໂຍບາຍການລົງທຶນ 3 ໂຄງການລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງ
ຕອນບ່າຍວັນທີ 2 ພະຈິກ, ພາຍໃຕ້ການເປັນປະທານຂອງ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ, ວາລະປະຊຸມຄັ້ງທີ 8 ຂອງຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນກ່ຽວກັບແຜນນະໂຍບາຍການລົງທຶນ 3 ໂຄງການລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງ, ລວມມີ ເສັ້ນທາງຄວາມໄວສູງ ບ໋າວຮ່າ - ລາຍເຈົາ, ຕອນ ບ໋າວຮ່າ - ເຕິນຟອງ; ເສັ້ນທາງຄວາມໄວສູງ ກວ໋າງຫງາຍ - ກອນຕຸມ; ເສັ້ນທາງຄວາມໄວສູງ ມົກເຈົາ - ເຊີນລາ - ດຽນບຽນ, ບໍລິເວນແຂວງ ເຊີນລາ. ໂດຍປະກອບຄຳເຫັນໃສ່ແຜນຮ່າງໂຄງການ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ ລັດຖະບານຍື່ນສະເໜີການລົງທຶນ 3 ເສັ້ນທາງຄວາມໄວສູງທີ່ມີຄວາມຈຳເປັນທີ່ສຸດ ໃຫ້ແກ່ບັນດາແຂວງເຂດພູສູງທາງທິດເໜືອ ແລະ ໄຕງວຽນ; ມີຄວາມໝາຍການເມືອງໃຫຍ່ຫຼວງທີ່ສຸດ, ຊ່ວຍພັດທະນາເສດຖະກິດ - ສັງຄົມ ໃຫ້ແກ່ບັນດາແຂວງໃນເຂດ, ເຊິ່ງໄດ້ຮັບຄວາມສົນໃຈຈາກປະຊາຊົນ ແລະ ວິສາຫະກິດຫຼາຍທີ່ສຸດ. ທ່ານ ໃຫ້ຮູ້ວ່າ:
ລັດຖະບານມີຄວາມຮັບຜິດຊອບຢ່າງຮອບດ້ານ, ບັນດາກະຊວງ, ຂະແໜງການ ມີຄວາມຮັບຜິດຊອບຕາມຂົງເຂດ; ບັນດາແຂວງ ມີຄວາມຮັບຜິດຊອບກ່ຽວກັບໜ້າພຽງ; ບ່ອນຕັ້ງຖິ່ນຖານຄົງທີ່ຄືນໃໝ່ຂອງປະຊາຊົນ, ວັດສະດຸ ແລະ ເສັ້ນທາງເຊື່ອມຕໍ່. ສະເໜີກຳມາທິການເສດຖະກິດ - ການເງິນ ສ້າງສຳເລັດບົດລາຍງານການສຳຫຼວດປະເມີນຢ່າງເປັນທາງການ. ບັນດາອົງການຂອງສະພາແຫ່ງຊາດ, ອົງການກວດສອບແຫ່ງລັດ ຕ້ອງຕິດຕາມການປະຕິບັດນັບແຕ່ຂັ້ນຕອນກະກຽມ. ສະພາແຫ່ງຊາດຕັດສິນແຜນນະໂຍບາຍບົນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ; ລັດຖະບານ ແລະ ບັນດາທ້ອງຖິ່ນຕ້ອງຕອບສະໜອງ ດ້ວຍຄຸນນະພາບ, ຄວາມຄືບໜ້າ, ລັກສະນະໂປ່ງໃສ.






