• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນ ຫວຽດນາມ ຢ້ຽມຢາມສັນທະວະໄມຕີ ຈີນ

      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານພົນໂທ ແມ໋ວຄ໋ວາ, ຫົວໜ້າກົມວຽກງານການເມືອງຄະນະພັກການທະຫານສູນກາງ ຈີນ, ຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນໂທ ເລືອງເກື່ອງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ນຳໜ້າ, ຢ້ຽມຢາມສັນທະວະໄມຕີ ສປ.ຈີນ ແຕ່ວັນທີ 22 – 26 ກໍລະກົດ.
      ການຢ້ຽມຢາມ ຈີນ ຄັ້ງນີ້ ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ, ປະກອບສ່ວນປັບປຸງການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພັດທະນາສາຍພົວພັນຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ, ປະຊາຊົນ ແລະ ກອງທັບ 2 ປະເທດຢ່າງໝັ້ນຄົງເຂັ້ມແຂງ ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາຍໃນພາກພື້ນ ແລະ ໂລກ. ການຢ້ຽມຢາມຄັ້ງນີ້ ໄດ້ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ແລະ ກົມວຽກງານການເມືອງຄະນະພັກການທະຫານສູນກາງ ຈີນ, ຜັນຂະຫຍາຍເນື້ອໃນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຮອດປີ 2025 ລະຫວ່າງ 2 ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຈີນ ໃນຂົງເຂດວຽກງານພັກ, ວຽກງານການເມືອງ; ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ກອງທັບ 2 ປະເທດ.
 (ແຫຼ່ງຄັດຈາກ VOV)

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.

Top