• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນຂັ້ນສູງພັກສາມັກຄີແລະພັດທະນາສະຫະພາບມຽນມາຢ້ຽມຢາມຫວຽດນາມ

ໂດຍໄດ້ຮັບຄຳເຊື້ອເຊີນຈາກສູນກາງພັກກອມມູນິດຫວຽດນາມ, ຄະນະຜູ້ແທນຂັ້ນສູງພັກສາມັກຄີ ແລະ ພັດທະນາສະຫະພາບມຽນມາ (USDP) ໂດຍທ່ານປະທານພັກ U Than Htay, ນຳໜ້າໄດ້ມາຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 17 – 21 ທັນວາ.

ທ່ານ ເຈີ່ນກວກເວື້ອງ ຕ້ອນຮັບທ່ານປະທານພັກ U Than Htay

 (ພາບ: TTXVN)

ທີ່ການຕ້ອນຮັບຄະນະຜູ້ແທນໃນຕອນບ່າຍວັນທີ 18 ທັນວາ, ທ່ານ ເຈີ່ນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຄວນສືບຕໍ່ຍູ້ແຮງການຮ່ວມມື, ແບ່ງປັນບົດຮຽນ ແລະ ພຶດຕິກຳຕົວຈິງໃນການກໍ່ສ້າງ ແລະ ພັດທະນາປະເທດຊາດ, ໂດຍສະເພາະແມ່ນນະໂຍບາຍພັດທະນາເສດຖະກິດ. ທ່ານ ເຈີ່ນກວກເວື້ອງ ປາດຖະໜາວ່າ, ພັກສາມັກຄີ ແລະ ພັດທະນາສະຫະພາບມຽນມາ ສືບຕໍ່ຕັ້ງໜ້າປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ມຽນມາ.

        ກ່ອນໜ້ານັ້ນ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ນຳໜ້າ ໄດ້ມີການເຈລະຈາ ກັບ ຄະນະຜູ້ແທນພັກສາມັກຄີ ແລະ ພັດທະນາສະຫະພາບນມຽນມາ. ນະທີ່ນີ້, ທ່ານປະທານພັກ USDP, U Than Htay ຢືນຢັນວ່າ, ມຽນມາຈະມານະພະຍາຍາມພ້ອມກັບຫວຽດນາມ ຊຸກຍູ້ການພົວພັນລະຫວ່າງ 2 ພັກ, ປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top