• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຕິບັດງານຂອງນະຄອນ ໂຮ່ຈີມິນ ໄປກວດ, ປິ່ນປົວພະຍາດກຸສົນຢູ່ ລາວ

ລາຍການກວດ, ປິ່ນປົວພະຍາດໄດ້ຮັບການຜັນຂະຫຍາຍເພື່ອສະແດງນ້ຳໃຈອາລົມຈິດ, ຄວາມເອົາໃຈໃສ່ຂອງການນຳ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ຕໍ່ປະຊາຄົມຊາວ ຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກ ພວມດຳລົງຊີວິດຢູ່ແຂວງ ສະຫວັນນະເຂດ.
ຄະນະປະຕິບັດງານໄປກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາ (ພາບ: SGGP)

ວັນທີ 05 ເມສາ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ສົມທົບກັບພະແນກສາທາລະນະສຸກນະຄອນ ໂຮ່ຈີມິນ ຈັດສົ່ງຄະນະປະຕິບັດງານໄປກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາ, ມອບຂອງຂວັນໃຫ້ປະຊາຄົມຊາວ ຫວຽດນາມ ແລະ ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ສະຫວັນນະເຂດ. ເນື່ອງໃນໂອກາດນີ້, ຄະນະທ່ານໝໍ, ແພດໝໍນະຄອນ ໂຮ່ຈີມິນ ໄປກວດ, ປິ່ວປົນພະຍາດ, ແຈກຢາຍຢຸກຍາ ແລະ ມອບຂອງວັນເກືອບ 500 ພູດໃຫ້ແກ່ປະຊາຊົນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວນອນໃນຂອບເຂດລາຍການ “ງານວາງສະແດງນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນມິດຕະພາບຢູ່ ສະຫວັນນະເຂດ ຄັ້ງທີ 4” ປີ 2024.

ກ່າວຄຳເຫັນທີ່ພິທີ, ທ່ານ ຮ່າເຟືອກທັງ, ຮອງຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ລາຍການກວດ, ປິ່ນປົວພະຍາດໄດ້ຮັບການຜັນຂະຫຍາຍເພື່ອສະແດງນ້ຳໃຈອາລົມຈິດ, ຄວາມເອົາໃຈໃສ່ຂອງການນຳ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ຕໍ່ປະຊາຄົມຊາວ ຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກ ພວມດຳລົງຊີວິດຢູ່ແຂວງ ສະຫວັນນະເຂດ. ພ້ອມກັບວຽກງານກວດ, ປິ່ນປົວພະຍາດ, ຄະນະຜູ້ແທນກໍ່ໄດ້ສະໜອງຂໍ້ມູນຂ່າວກ່ຽວກັບແນວທາງການຕ່າງປະເທດ, ແຜນນະໂຍບາຍມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ບັນດານະໂຍບາຍຂອງພັກ, ລັດ ກ່ຽວຂ້ອງເຖິງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ແຈ້ງຂໍ້ມູນຂ່າວກ່ຽວກັບບັນດາຜົນງານທີ່ນະຄອນບັນລຸໄດ້ໃນປີຜ່ານມາ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ, ລະດົມກຳລັງໃຈຊາວ ຫວຽດນາມ ໃຫ້ນັບມື້ນັບມີຄວາມສະໜິດຕິດພັນ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

(ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top