• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດ ປັບປຸງມະຕິວ່າດ້ວຍການປ່ອນບັດໄວ້ວາງໃຈ

ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ບົດລາຍງານຂອງລັດຖະບານ ກ່ຽວກັບໝາກຜົນຂອງການປະຢັດ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:VOV)

ວັນທີ 11 ພຶດສະພາ, ໂດຍສືບຕໍ່ວາລະປະຊຸມຄັ້ງທີ 23, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄຳເຫັນຫຼາຍເນື້ອໃນສຳຄັນ. ໃນນັ້ນມີຮ່າງມະຕິປັບປຸງ, ເພີ່ມເຕີມ ມະຕິເລກທີ 85 ປີ 2014 ກ່ຽວກັບການຮັບເອົາບັດໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບບັນດາຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ການປັບປຸງ, ເພີ່ມເຕີມມະຕິ ເພື່ອແນໃສ່ຫັນແຜນນະໂຍບາຍກ່ຽວກັບການຮັບເອົາບັດໄວ້ວາງໃຈ, ປ່ອນບັດໄວ້ວາງໃຈໃຫ້ເປັນລະບົບລະບຽບການໄດ້ລະບຸໃນບັນດາເອກະສານຂອງພັກ ແລະ ກົດໝາຍ; ຮັບປະກັນຫຼັກການພັກເຫັນດີເປັນເອກະພາບໃນການຊີ້ນຳວຽກງານການຄຸ້ມຄອງພະນັກງານ. ພ້ອມທັງແນໃສ່ຮັບປະກັນລັກສະນະສືບທອດ, ຖືກຕ້ອງຕາມລັດຖະທຳມະນູນ, ກົດໝາຍ ແລະ ລັກສະນະເປັນເອກະພາບຢ່າງຄົບຊຸດ ໃນບັນດາເອກະສານກ່ຽວກັບການຮັບເອົາບັດໄວ້ວາງໃຈ.

ແລະ ກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ບົດລາຍງານຂອງລັດຖະບານ ກ່ຽວກັບໝາກຜົນຂອງການປະຢັດ, ຕ້ານການຟຸມເຟືອຍປີ 2022 ແລະ ປະກອບຄຳເຫັນກ່ຽວກັບການກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top