ໂດຍສືບຕໍ່ກອງປະຊຸມຄັ້ງທີ 21, ວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມກ່ຽວກັບບາງເນື້ອໃນຂອງຂົງເຂດສານ ແລະ ໄອຍະການ. ທ່ານ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ແລະ ທ່ານ ເລມິງຈິ້, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕອບຄຳຊັກຖາມທີ່ກອງປະຊຸມ.
ທ່ານ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ໄດ້ຊີ້ແຈ້ງມາດຕະການຍົກສູງຄຸນນະພາບການພິພາກສາ, ແກ້ໄຂບັນດາຄະດີການຄຸ້ມຄອງບໍລິຫານ, ຄະດີອາຍາກ່ຽວກັບດ້ານເສດຖະກິດ, ການສໍ້ລາດບັງຫຼວງ; ການແກ້ໄຂໃບສະເໜີໃຫ້ດຳເນີນຄະດີຂັ້ນຕິດຕາມ, ກວດກາ, ຂັ້ນອຸທອນ; ການປ້ອງກັນ ແລະ ແກ້ໄຂການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ພາຍໃນຂະແໜງສານ…
ທ່ານ ເລມິງຈິ້, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕອບຄຳຖາມກ່ຽວກັບບັນດາມາດຕະການຍົກສູງຄຸນນະພາບການປະຕິບັດສິດຟ້ອນສານ ແລະ ກວດກາການເຄື່ອນໄຫວຕຸລາການໃນການແກ້ໄຂບັນດາຄະດີອາຍາ, ພິເສດແມ່ນບັນດາຄະດີທາງເສດຖະກິດ, ສໍ້ລາດບັງຫຼວງ; ບໍ່ປະໃຫ້ເກີດສະພາບປັບໄໝລົງໂທດຜິດເປົ້າໝາຍ.