ຂ່າວສານ

ຄະນະປະຈຳສະພາແຫ່ງຊາດ ຊັກຖາມຫົວໜ້າຂະແໜງ 2 ທ່ານ

ທ່ານ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ໄດ້ຊີ້ແຈ້ງມາດຕະການຍົກສູງຄຸນນະພາບການພິພາກສາ, ແກ້ໄຂບັນດາຄະດີການຄຸ້ມຄອງບໍລິຫານ.

ໂດຍສືບຕໍ່ກອງປະຊຸມຄັ້ງທີ 21, ວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມກ່ຽວກັບບາງເນື້ອໃນຂອງຂົງເຂດສານ ແລະ ໄອຍະການ. ທ່ານ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ແລະ ທ່ານ ເລມິງຈິ້, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕອບຄຳຊັກຖາມທີ່ກອງປະຊຸມ.

ທ່ານ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ໄດ້ຊີ້ແຈ້ງມາດຕະການຍົກສູງຄຸນນະພາບການພິພາກສາ, ແກ້ໄຂບັນດາຄະດີການຄຸ້ມຄອງບໍລິຫານ, ຄະດີອາຍາກ່ຽວກັບດ້ານເສດຖະກິດ, ການສໍ້ລາດບັງຫຼວງ; ການແກ້ໄຂໃບສະເໜີໃຫ້ດຳເນີນຄະດີຂັ້ນຕິດຕາມ, ກວດກາ, ຂັ້ນອຸທອນ; ການປ້ອງກັນ ແລະ ແກ້ໄຂການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ພາຍໃນຂະແໜງສານ…

ທ່ານ ເລມິງຈິ້, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕອບຄຳຖາມກ່ຽວກັບບັນດາມາດຕະການຍົກສູງຄຸນນະພາບການປະຕິບັດສິດຟ້ອນສານ ແລະ ກວດກາການເຄື່ອນໄຫວຕຸລາການໃນການແກ້ໄຂບັນດາຄະດີອາຍາ, ພິເສດແມ່ນບັນດາຄະດີທາງເສດຖະກິດ, ສໍ້ລາດບັງຫຼວງ; ບໍ່ປະໃຫ້ເກີດສະພາບປັບໄໝລົງໂທດຜິດເປົ້າໝາຍ.

 


top