• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະກຳມະການອາຊຽນ Ankara ຊຸກຍູ້ການເຊື່ອມຕໍ່ວິສາຫະກິດ ຕວກກີ ກັບອາຊຽນ

ຄະນະກຳມະການອາຊຽນ Ankara (AAC) ລວມມີເອກອັກຄະລັດຖະທູດ 6 ປະເທດ ຄື ບຣູໄນ, ມາເລເຊຍ, ຟີລິບປີນ, ສິງກະໂປ, ໄທ, ຫວຽດນາມ ແລະ ຜູ້ຕາງໜ້າສະຖານທູດອິນໂດເນເຊຍ ຫາກໍມີການເຮັດວຽກກັບທ່ານ Arif Sayik ເລຂາທິການໃຫຍ່ອົງການພັດທະນາ Ankara (ADA) ກ່ຽວກັບກາລະໂອກາດລົງທຶນດຳເນີນທຸລະກິດລະຫວ່າງບັນດາປະເທດ ອາຊຽນ ແລະ ນະຄອນ Ankara.


ທ່ານເອກອັກຄະລັດຖະທູດ ຟ້າມແອັງຕ໋ວນ ມອບຂອງຂວັນເປັນທີ່ລະນຶກໃຫ້  ທ່ານ Arif Sayik ເລຂາທິການໃຫຍ່ອົງການພັດທະນາ Ankara (ADA)

(ພາບ: vov.vn)

ທີ່ການເຮັດວຽກ, ເອກອັກຄະລັດຖະທູດສະມາຊິກ AAC ລ້ວນແຕ່ສະແດງຄວາມປາດຖະໜາຢາກໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນວິສາຫະກິດ ເພື່ອຍົກສູງຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ຍາດແຍ່ງເພື່ອຊອກຫາກາລະໂອກາດລົງທຶນດຳເນີນທຸລະກິດ, ຊຸກຍູ້ການພົວພັນດ້ານເສດຖະກິດການຄ້າ ໃຫ້ພັດທະນາດີກວ່າອີກ.

        ທ່ານ Arif Sayik ເນັ້ນໜັກວ່າ Ankara ມີສະພາບແວດລ້ອມດຳເນີນທຸລະກິດສະດວກ ແລະ ບຸລິມະສິດຫຼາຍຢ່າງໃຫ້ບັນດາວິສາຫະກິດຕ່າງປະເທດ. ປັດຈຸບັນ, Ankara ມີວິສາຫະກິດ ກວ່າ 2.200 ແຫ່ງ ທີ່ມີແຫຼ່ງເງິນລົງທຶນຕ່າງປະເທດຈາກ 100 ປະເທດໃນໂລກ, ມີທ່າແຮງໃນບັນດາຂົງເຂດຄື ອຸດສາຫະກຳການປ້ອງກັນຊາດ, ເຕັກໂນໂລຢີໂທລະຄົມມະນາຄົມ, ເຄື່ອງຈັກຮັບໃຊ້ການກໍ່ສ້າງ, ເຕັກໂນໂລຢີການແພດການຢາ, ເຄື່ອງເຟີນີເຈີ, ການທ່ອງທ່ຽວ ແລະ ອື່ນໆ. ADA ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ໃຫ້ບັນດາວິສາຫະກິດອາຊຽນກັບບັນດາວິສາຫະກິດ ຕວກກີ ຊອກຫາໂອກາດດຳເນີນທຸລະກິດ ແລະ ແລກປ່ຽນບົດຮຽນ.

        ພາຍຫຼັງການເຮັດວຽກ, ADA ໄດ້ຈັດໃຫ້ບັນດາສະມາຊິກ AAC ໄປທັດສະນະຕົວຈິງຢູ່ເຂດເຕັກໂນໂລຢີ Teknokent ຂຶ້ນກັບມະຫາວິທະຍາໄລເຕັກໂນໂລຢີ ຕາເວັນອອກກາງ  ແລະ ເຂດ ອຸດສາຫະກຳແບບລວມສູນ OSTIM.

(ແຫຼ່ງຄັດຈາກ VOV)

 

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top