• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມ​ເປັນ​ເອ​ກະ​ລັກ​ຂອງ​ງານ​ບຸນ​ທ້ອງ​ຖະ​ໜົນ “ບ້ານ​ເກີດ​ຍາມ​ລະ​ດູ​ບານດອກ​ບົວ​ເບັ່ງ​ບານ”

ງານບຸນບ້ານດອກບົວປີນີ້ ໄດ້ດຳເນີນດ້ວຍກິດຈະກຳທີ່ຫຼາກຫຼາຍຮູບແບບ ກ່ຽວກັບວັດທະນະທຳສິລະປະ ແລະ ກິລາ ທີ່ໄດ້ຮັບການລົງທຶນກະກຽມຢ່າງລອບຄອບຖີ່ຖ້ວນ.
ລາຍການສະແດງສິລະປະໃນພິທີໄຂງານບຸນ (ພາບ: TTXVN)

ຕອນຄ່ຳວັນທີ 17 ພຶດສະພາ, ຢູ່ນະຄອນ ວິງ, ແຂວງ ເງະອານ, ພະແນກວັດທະນະທຳ ແລະ ກິລາ ແຂວງ ເງະອານ ໄດ້ຈັດພິທີໄຂງານບຸນສະແດງຢູ່ທ້ອງຖະໜົນ ດ້ວຍຫົວຂໍ້ “ບ້ານເກີດຍາມລະດູດອກບົວເບັ່ງບານ” ແລະ ງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “ໂຮ່ຈີມິນ - ຊື່ຂອງເພິ່ນສວຍງາມທີ່ສຸດ”.

ງານບຸນບ້ານດອກບົວປີນີ້ ໄດ້ດຳເນີນດ້ວຍກິດຈະກຳທີ່ຫຼາກຫຼາຍຮູບແບບ ກ່ຽວກັບວັດທະນະທຳສິລະປະ ແລະ ກິລາ ທີ່ໄດ້ຮັບການລົງທຶນກະກຽມຢ່າງລອບຄອບຖີ່ຖ້ວນ. ເພື່ອແນໃສ່ຫັນເປັນຫຼາຍຮູບຫຼາຍແບບ ແລະ ຍົກສູງຄຸນນະພາບຂອງງານບຸນ, ລາຍການສະແດງຢູ່ທ້ອງຖະໜົນ ປີນີ້ ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 17 ພຶດສະພາ ຢູ່ຖະໜົນຍ່າງ ນະຄອນ ວິງ, ໂດຍມີການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ, ນັກສິລະປະກອນ ເກືອບ 1000 ຄົນ ທີ່ມາຈາກ 20 ເມືອງ, ນະຄອນ ແລະ ກອງສິລະປະການ.

ໃນຂະນະນັ້ນ, ກິດຈະກຳວາງສະແດງຮູບພາບດ້ວຍຫົວຂໍ້ “ໂຮ່ຈີມິນ - ຊື່ຂອງເພິ່ນສວຍງາມທີ່ສຸດ” ດ້ວຍພາບເອກະສານເກືອບ 200 ແຜ່ນ ກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ ຖືກຈັດຂຶ້ນແຕ່ວັນທີ 17 – 30 ພຶດສະພາ ຢູ່ສະໜາມຫຼວງ ໂຮ່ຈີມິນ, ນະຄອນ ວິງ, ແຂວງເງະອານ.

(ແຫຼ່ງຄັດຈາກ VOV)

ຮັບ​ປະ​ກັນ​ລັກ​ສະ​ນະ​ຕາງ​ໜ້າ, ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ເລືອກ​ຕັ້ງ

ຮັບ​ປະ​ກັນ​ລັກ​ສະ​ນະ​ຕາງ​ໜ້າ, ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ເລືອກ​ຕັ້ງ

ວັນທີ 15 ມີນາຈະມາເຖິງ, ຜູ້ມີສິດເລືອກຕັ້ງ ຫວຽດນາມຈະໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ໃນສະພາບການປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ວຽກງານບຸກຄະລາກອນຂອງການເລືອກຕັ້ງໄດ້ຮັບຖືວ່າແມ່ນໃຈກາງ, ເປັນ “ຫຼັກແຫຼ່ງຂອງຫຼັກແຫຼ່ງ”. ຄຸນນະພາບສະມາຊິກທີ່ໄດ້ຮັບການເລືອກຕັ້ງຈະຕັດສິນປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ພ້ອມທັງສົ່ງຜົນກະທົບໂດຍກົງຕໍ່ຄຸນນະພາບຂອງຖັນແຖວການນຳກົງຈັກລັດ ໃນອາຍຸການໃໝ່.

Top