ຂ່າວສານ
ຄວາມເຄັ່ງຕຶງຢູ່ເຂດຊາຍແດນ ໄທ - ກຳປູເຈຍ: ອາຊຽນ ລົງມືແກ້ໄຂ, ໄທ ຊ້ອມຮົບຍົກຍ້າຍປະຊາຊົນ
ການປຶກສາຫາລືໄດ້ດຳເນີນໃນຈຸດເວລາຈັດກອງປະຊຸມສຳຄັນຂອງຄະນະກຳມະການຊາຍແດນຮ່ວມ ກຳປູເຈຍ - ໄທ (JBC) ໃນກາງເດືອນນີ້. ເມື່ອແບ່ງປັນໃບຜ່ານສື່ສັງຄົມອອນໄລສ່ວນຕົວ, ທ່ານນາຍົກລັດຖະມົນຕີ ມາເລເຊຍ ຮຽກຮ້ອງໃຫ້ສອງຝ່າຍສືບຕໍ່ລະງັບໃຈ, ປະຕິບັດບັນດາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ມຸ່ງໄປເຖິງມາດຕະການສັນຕິພາບ ແລະ ຮອບດ້ານ. ທ່ານກໍສະແດງຄວາມເຊື່ອວ່າ ນ້ຳໃຈຮວມມືໃນພາກພື້ນ ແລະ ບັນດາຫຼັກການແກ້ໄຂການຂັດແຍ້ງສັນຕິພາບຂອງ ອາຊຽນ ຈະສວມບົດບາດເປັນພື້ນຖານອັນໝັ້ນແກ່ນ ໃນການແກ້ໄນຂຄວາມຂັດແຍ້ງກັນ. ສວ່ນທ່ານນາຍົກລັດຖະມົນຕີໄທ ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຂອງ ໄທ ກ່ຽວກັບມາດຕະການສັນຕິພາບໂດຍຜ່ານບັນດາກົນໄກສອງຝ່າຍທີ່ພວມມີຢູ່, ພ້ອມທັງເດັດດ່ຽວປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຕາມບັນດາຂໍ້ກຳນົດກົດໝາຍນສາກົນ.
ໃນຂະນະນັ້ນ, ກົມຄຸ້ມຄອງການປົກຄອງແຂວງ ຂຶ້ນກັບກະຊວງພາຍໃນ ໄທ ໄດ້ຢັ້ງຢືນວ່າ ປະເທດນີ້ພວມດຳເນີນການຊ້ອມຮົບຍົກຍ້າຍປະຊາຊົນຢູ່ 7 ແຂວງຊາຍແດນຕິດກັບ ກຳປູເຈຍ ເພື່ອແນໃສ່ກະກຽມໃຫ້ແກ່ກໍລະນີສຸກເສີນ.